ສະພາຄວາມໝັ້ນຄົງສະຫະປະຊາຊາດມີກຳມະການບໍ່ປະຈຳການຕື່ມອີກ 5 ສະມາຊິກ
(VOVWORLD) - ວັນທີ 04 ມັງກອນ, ບັນດາປະເທດ ອິນເດຍ, ເມກຊີໂກ, ນອກແວ, ອຽກລັງ ແລະ ເຄນຢາ ໄດ້ຮັບດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເປັນທາງການ - ນີ້ແມ່ນອົງການທີ່ມີຄວາມຮັບຜິດຊອບຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ.
ບັນດາປະເທດດັ່ງກ່າວ ຈະດຳລົງຕຳແໜ່ງນີ້ໃນຮອບເວລາ 2 ປີ ແລະ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະເລີກ ເພື່ອຮັບຮອງເອົາໂຄງການດຳເນີນງານໃນເດືອນ ໂດຍປະເທດ ຕຸຍນີຊີ, ຊຶ່ງແມ່ນປະເທດປະທານໝູນວຽນສະພາຄວາມໝັ້ນຄົງໃນເດືອນ ມັງກອນ 2021 ສະເໜີ.
ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (ພາບປະກອບ/TTXVN) |
ປະຈຸບັນ ສະພາຄວາມໝັ້ນຄົງສະຫະປະຊາຊາດ ພວມປະຕິບັດພາລະກຳຢູ່ບັນດາພາກພື້ນທີ່ເກີດການປະທະກັນ ແລະ ວິກິດການໃນທົ່ວໂລກ, ໃນນັ້ນ ຕົ້ນຕໍແມ່ນຜ່ານຄະນະປະຕິບັດງານຮັກສາສັນຕິພາບ ດ້ວຍການເຂົ້າຮ່ວມຂອງພົນທະຫານປະມານ 100.000 ຄົນທີ່ມາຈາກບັນດາປະເທດສະມາຊິກສະຫະປະຊາຊາດ.