ສະ​ພາ​ຄວາ​ມ​ໝັ້ນ​ຄົງ ສ​ປ​ຊ ຄາດ​ວ່າ​ຈະ​ຈັດກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່ ຢູ​ແກຼນ

(VOVWORLD) -ສະພາຄວາມໝັ້ນຄົງ ສປຊ ຄາດວ່າ ຈະຈັດກອງປະຊຸມດ່ວນກ່ຽວກັບສະພາບວິກິດການມະນຸດສະທຳຢູ່ ຢູແກຼນ ໃນວັນທີ 28 ກຸມພາ (ຕາມເວລາ ອາເມລິກາ, ກົງກັບວັນທີ 1 ມີນາ ຕາມເວລາ ຫວຽດນາມ).

ສະ​ພາ​ຄວາ​ມ​ໝັ້ນ​ຄົງ ສ​ປ​ຊ ຄາດ​ວ່າ​ຈະ​ຈັດກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່ ຢູ​ແກຼນ - ảnh 1ນັກຮົບຢູແກຼນ ຢູ່ເຂດການປະທະກັນກັບລັດເຊຍ ຢູ່ນະຄອນຫຼວງ Kiev (ພາບ: AFP/TTXVN)

ກອງປະຊຸມໂດຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ສະເໜີ ໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ການນຳຜູ້ຕາງໜ້າບັນດາອົງການຊ່ວຍກູ້ມະນຸດສະທຳ ແລະ ລີ້ໄພຂອງ ສປຊ ຫຼາຍທ່ານ. ຝລັ່ງ ແມ່ນໜຶ່ງໃນ 5 ປະເທດທີ່ດຳລົງຕຳແໜ່ງກຳມະການຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ໂດຍໄດ້ສະເໜີໃຫ້ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວຄຳເຫັນຢູ່ກອງປະຊຸມຄັ້ງນີ້.

ຕາມຂະຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພແລ້ວ, ການປະທະກັນຢູ່ ຢູແກຼນ ເຮັດໃຫ້ປະຊາຊົນ ກ່ວາ 120.000 ຄົນຕ້ອງລີ້ໄພໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງໃນອາທິດຜ່ານມາຄື: ໂປໂລຍ, ໂມນດາວີ, ຣູມານີ, ຮຸງກາຣີ ແລະ ສະໂລວາກີ.

ຕອບກັບ

ຂ່າວ/ບົດ​ອື່ນ