ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິຫຼັກກ່ຽວກັບວິກິດການຢູ່ເຂດ ກາຊາ
(VOVWORLD) - ມະຕິຮຽກຮ້ອງບັນດາຝ່າຍ ຈົ່ງເຄົາລົບບັນດາພັນທະກົດໝາຍສາກົນ, ໃນນັ້ນ ມີກົດໝາຍວ່າດ້ວຍມະນຸດສະທຳສາກົນ;
(ພາບ: THX/TTXVN)
|
ວັນທີ 22 ທັນວາ, ຢູ່ ນິວຢອກ ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິຫຼັກກ່ຽວຂ້ອງເຖິງການປະທະກັນຢູ່ເຂດ ກາຊາ. ມະຕິດັ່ງກ່າວໂດຍ ສະຫະລັດ ອາຣັບ ເອມີເລດ (UAE) ເປັນປະເທດອຸປະຖຳ ໄດ້ຮັບການຮັບຮອງເອົາດ້ວຍ 13 ບັດເຫັນດີ ແລະ 2 ບັດຂາວຂອງ ອາເມລິກາ ແລະ ລັດເຊຍ.
ມະຕິຮຽກຮ້ອງບັນດາຝ່າຍ ຈົ່ງເຄົາລົບບັນດາພັນທະກົດໝາຍສາກົນ, ໃນນັ້ນ ມີກົດໝາຍວ່າດ້ວຍມະນຸດສະທຳສາກົນ;ເພີ່ມທະວີສະໜອງການຊ່ວຍເຫຼືອມະນຸດສະທຳດ່ວນ, ປອດໄພ ແລະ ບໍ່ຖືກກີດຂວາງໂດຍກົງ ໃຫ້ແກ່ສາມັນຊົນ ປາແລັດສະຕິນ ຢູ່ເຂດ ກາຊາ; ປ່ອຍຕົວບັນດາຕົວປະກັນໂດຍທັນທີ ແລະ ບໍ່ມີເງື່ອນໄຂ; ສ້າງກົນໄກຂອງ ສປຊ ໂດຍໄວ ເພື່ອຍູ້ໄວບັນດາຖ້ຽວລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປຍັງເຂດ ກາຊາ ຜ່ານບັນດາປະເທດບໍ່ເຂົ້າຮ່ວມການປະທະກັນ; ພ້ອມທັງຮັບປະກັນວ່າ ສິນຄ້າຊ່ວຍເຫຼືອມະນຸດສະທຳຈະໄດ້ໄປເຖິງ ປຊຊ ຢູ່ເຂດນີ້.