(vovworld) – ວັນທີ 11/09, ດ້ວຍບັດເຫັນດີ 162 ບັດ, ບັດຄ້ານ 269 ບັດ, ສະພາຕໍ່າ ໂດຍຝ່າຍສາທາລະນະ ກວມສ່ວນຫຼາຍ ໄດ້ຮັບຮອງເອົາມະຕິປະຕິເສດຂໍ້ຕົກລົງນິວເຄຼຍ ເຊິ່ງກຸ່ມ P5+1 (ລວມມີ ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ລົງນາມກັບອີຣານ ເມື່ອວັນທີ 14/07 ຜ່ານມາ. ຕາມຂໍ້ຕົກລົງ, ອີຣານ ຈຳກັດໂຄງການນິວເຄຼຍດ້ວຍຕົນເອງ ເພື່ອແລກເອົາເລື່ຶອງອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກ ຍົກເລີກບັນດາຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການເງິນ. ມີສະມາຊິກຂອງພັກປະຊາທິປະໄຕ 25 ທ່ານໄດ້ຫັນປິ້ນຫຼັງໃສ່ທຳນຽບຂາວ, ພ້ອມກັບບັນດາສະມາຊິກພັກສາທາລະນະ ປ່ອນບັດຄັດຄ້ານຂ້ໍຕົກລົງ. ແຕ່ວ່າ, ໂດຍບໍ່ຫົວຊາຕໍ່ໝາກຜົນການປ່ອນບັດຢູ່ສະພາຕໍ່າ, ດ້ວຍເລື່ອງວັນທີ 10/09, ຝ່າຍປະຊາທິປະໄຕຢູ່ສະພາສູງ ສະກັດກັ້ນຄວາມມານະພະຍາຍາມຕ້ານທຳລາຍຄ້າຍຄືກັບພັກສາທາລະນະສຳເລັດ. ເຖິງວ່າຖືກປະລາໄຊ, ແຕ່ບັນດາການນຳຂອງພັກສາທາລະນະ ຢູ່ທັງສະພາສູງ ແລະ ສະພາຕໍ່າ ຢືນຢັນ ຈະສືບຕໍ່ຊອກຫາທຸກວິທີເພື່ອສະກັດກັ້ນ ແລະ ໂຈະການປະຕິບັດຂໍ້ຕົກລົງນິວເຄຼຍກັບອີຣານ.