ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜ​ູນ​ເລື່ອງ​ຢຸ​ດ​ຕິ​ສົງ​ຄາມ ສ​ປ​ປ.ເກົາຫຼີ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 11 ກໍລະກົດ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາເນື້ອໃນປັບປຸງຂອງຮ່າງກົດໝາຍວ່າດ້ວຍການຮຽກຮ້ອງຢຸດຕິສົງຄາມ ສປປ.ເກົາຫຼີ, ເນື້ອໃນປັບປຸງໂດຍສະມາຊິກລັດຖະສະພາພັກປະຊາທິປະໄຕ 2 ທ່ານແມ່ນ ທ່ານ Ro Khanna ແລະ ທ່ານ Brad Sherman ສະເໜີນັ້ນ ໄດ້ຮັບການໃຫ້ສັດຕະຍາບັນຈາກສະພາຕ່ຳແລ້ວ.
ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜ​ູນ​ເລື່ອງ​ຢຸ​ດ​ຕິ​ສົງ​ຄາມ ສ​ປ​ປ.ເກົາຫຼີ​ຢ່າງ​ເປັນ​ທາງ​ການ - ảnh 1ວາລະກອງປະຊຸມຂອງສະພາແຫ່ງຊາດ ອາເມລິກາ ຢູ່ ວໍຊິງຕັນ (ພາບ: Washington Examiner/TTXVN) 

ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດ ອາເມລິກາມີການກະທຳຄືດັ່ງກ່າວ. ເນື້ອໃນໃໝ່ໄດ້ຮັບຮູ້ຄວາມສຳຄັນຂອງຄວາມມານະພະຍາຍາມທາງການທູດໃນເລື່ອງບັນລຸໄດ້ການປອດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ຖືວ່າ ເລື່ອງສິ້ນສຸດສົງຄາມຢ່າງເປັນທາງການແມ່ນປັດໄຈຫຼັກແຫຼ່ງມຸ່ງໄປສູ່ເປົ້າໝາຍນີ້.

ທ່ານນາງ Christine Ahn ຜູ້ອຳນວຍການອົງການ Women Cross DMZ ໃຫ້ຂໍ້ສັງເກດວ່າ ນີ້ແມ່ນສັນຍານຢ່າງຈະແຈ້ງທີ່ສະແດງໃຫ້ເຫັນວ່າຊາວ ອາເມລິກາ ຢາກຢຸດຕິການປະທະກັນນີ້ ແລະ ເລື່ອງຢຸດຕິການເປັນປໍລະປັກກັນທີ່ແກ່ຍາວເປັນເວລາຫຼາຍສິບປີນັ້ນດ້ວຍຂໍ້ຕົກລົງສັນຕິພາບແມ່ນວິທີການອັນໜຶ່ງດຽວເພື່ອແກ້ໄຂວິກິດການດ້ານນິວເຄຼຍໃນປັດຈຸບັນ.

        

ຕອບກັບ

ຂ່າວ/ບົດ​ອື່ນ