ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ຮັບ​ຮອງ​ເອົາ​ຂໍ້​ສະ​ເໜີ​ ເພີ່ມ​ລະ​ດັບ​ໜູນ​ຊ່ວຍ​ປະ​ຊາ​ຊົນ ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ ໂຄວິດ - 19

(VOVWORLD) -ອາທິດແລ້ວນີ້, ທ່ານ Roy Blunt ສະມາຊິກສະພາສູງ ສັງກັດພັກສາທາລະນະ ຖືວ່າ ຮ່າງກົດໝາຍສະບັບໜຶ່ງ ທີ່ຍົກລະດັບການໜູນຊ່ວຍຂຶ້ນເຖິງ 2000 USD/ຄົນ ແມ່ນຍາກທີ່ຈະໄດ້ຮັບການຮັບຮອງເອົາຢູ່ສະພາສູງ.
ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ຮັບ​ຮອງ​ເອົາ​ຂໍ້​ສະ​ເໜີ​ ເພີ່ມ​ລະ​ດັບ​ໜູນ​ຊ່ວຍ​ປະ​ຊາ​ຊົນ ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ ໂຄວິດ - 19 - ảnh 1ທ່ານນາງ Nancy Pelosi ປະທານສະພາຕຳ (ພາບ: DW/Reuters)

 ວັນທີ 28 ທັນວາ, ສະພາຕ່ຳອາເມລິກາໂດຍພັກປະຊາທິປະໄຕຄຸ້ມຄອງ ໄດ້ຈັດການປ່ອນບັດເພື່ອຮັບຮອງເອົາຂໍ້ສະເໜີຂອງທ່ານ ປະທານາທິບໍດີ ອາເມລິກາ Donald Trump ຍົກລະດັບການໜູນຊ່ວຍໃຫ້ແກ່ປະຊາຊົນແຕ່ 600 USD/ຄົນ ຂຶ້ນເຖິງ 2000 USD/ຄົນ, ເພື່ອຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19, ດ້ວຍບັດສະໜັບສະໜູນ 275 ບັດ ແລະ ບັດຄ້ານ 134 ບັດ. ເຖິງຢ່າງໃດກໍ່ຕາມ, ຮ່າງກົດໝາຍຈະປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ຢູ່ສະພາສູງໂດຍພັກສາທາລະນະ ຄຸ້ມຄອງ. ອາທິດແລ້ວນີ້, ທ່ານ Roy Blunt ສະມາຊິກສະພາສູງ ສັງກັດພັກສາທາລະນະ ຖືວ່າ ຮ່າງກົດໝາຍສະບັບໜຶ່ງ ທີ່ຍົກລະດັບການໜູນຊ່ວຍຂຶ້ນເຖິງ 2000 USD/ຄົນ ແມ່ນຍາກທີ່ຈະໄດ້ຮັບການຮັບຮອງເອົາຢູ່ສະພາສູງ.

ຕອບກັບ

ຂ່າວ/ບົດ​ອື່ນ