(ພາບປະກອບ)
(vovworld) – ດ້ວຍ 407 ບັດສະໜັບສະໜູນ ແລະ 19 ບັດຄ້ານ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການດັດປັບໂຄງການຍົກເວັ້ນວີຊາປີ 2015 ເພື່ອແນໃສ່ຮັດກຸມບັນດາຂໍ້ກຳນົດກ່ຽວກັບການເຂົ້າເມືອງ ອາເມລິກາ ສຳລັບພົນລະເມືອງຈາກ 38 ປະເທດ ພວມໄດ້ຮັບການຍົກເວັ້ນວີຊາຂອງປະເທດນີ້. ຮ່າງກົດໝາຍ, ເຄີຍໄດ້ຮັບການສະໜັບສະໜູນຈາກລັດຖະບານຂອງທ່ານປະທານາທິບໍດີ Barack Obama ນັ້ນ ຈະສະກັດກັ້ນບັນດາເປົ້າໝາຍທັງໝົດ ທີ່ເຄີຍມາ ອີຣັກ, ຊີຣີ, ອີຣານ ແລະ ຊູດານ ໃນຮອບເວລາ 5 ປີຄືນຫລັງ. ກົດໝາຍໃໝ່ ກໍຮຽກຮ້ອງການນຳໃຊ້ປັດສະປໍເອເລັກໂຕນິກສຳລັບ 38 ປະເທດດັ່ງກ່າວ. ພ້ອມທັງ ຮຽກຮ້ອງບັນດາປະເທດນີ້ມີຄວາມຮັບຜິດຊອບເພີ່ມທະວີການກວດກາຊີວະປະຫວັດຫຍໍ້ ແລະ ກວດກາຂໍ້ມູນຂອງອົງການຕຳຫລວດສາກົນ (Interpol) ສຳລັບພົນລະເມືອງຂອງປະເທດຕົນເອງ ເພື່ອແນໃສ່ຮັບປະກັນໃຫ້ ເຂົາເຈົ້າບໍ່ມີການຕິດຕໍ່ພົວພັນກັບການກຸ່ມກໍ່ການຮ້າຍ. ປະຈຸບັນ ສະພາສູງ ອາເມລິກາ ຍັງບໍ່ທັນມີແຜນການກ່ຽວກັບເລື່ອງດຳເນີນການປ່ອນບັດໃຫ້ຮ່າງກົດໝາຍນີ້ເທື່ອ.