ທ່ານເລຂາທິການໃຫຍ່ ສປຊ Ban ki moon
ພາບ:internet
|
(vovworld) - ວັນທີ 2/4, ທ່ານເລຂາທິການໃຫຍ່ ສປຊ Ban ki moon ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບຄວາມເຄັ່ງຕຶງທີ່ນັບມື້ນັບປີນຂັ້ນໄດຢູ່ໃນແຫລມເກົາຫລີ ແລະ ຖືວ່າ ສະພາບການຢູ່ທີ່ນີ້ອາດບໍ່ສາມາດຄວບຄຸມໄດ້. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ອັງໂດຣາ, ທ່ານ Ban ki moon ຖືວ່າ: ສະພາບໃນປະຈຸບັນແມ່ນເຄັ່ງຕຶງທີ່ສຸດ ແລະ ຮຽກຮ້ອງບັນດາຝ່າຍຕ້ອງລະງັບໃຈ. ທ່ານ Ban ki moon ເນັ້ນຫນັກວ່າ: ການເຈລະຈາ ແລະ ໂອ້ລົມສົນທະນາແມ່ນເສັ້ນທາງຫນຶ່ງດຽວໃນປະຈຸບັນ ຊື່ງບັນດາຝ່າຍຕ້ອງມຸ່ງໄປເຖິງ ພ້ອມທັງຢືນຢັນວ່າ ດ້ວຍບົດບາດແມ່ນເລຂາທິການໃຫຍ່ ສປຊ, ທ່ານຈະມານະພະຍາຍາມສະກັດກັ້ນສົງຄາມ ແລະ ດ້ວຍຈຸດປະສົງເພື່ອສັນຕິພາບ. ໃນຖະແຫລງການສົ່ງເຖິງ ສປປ ເກົາຫລີ, ທ່ານເລຂາທິການໃຫຍ່ Ban ki moon ຮຽກຮ້ອງໃຫ້ພຽງຢາງ ຫລີກລ້ຽງການສູ້ຢັນກັບປະຊາຄົມໂລກ ພາຍຫລັງຢືນຢັນວ່າ: ບໍ່ມີປະເທດໃດຢາກບຸກໂຈມຕີ ສປປ ເກົາຫລີ ຍ້ອນບັນດາຄວາມບໍ່ລົງລອຍກັນກ່ຽວກັບລະບົບການເມືອງຫລືນະໂຍບາຍການທູດ. ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ໃຫ້ຄຳໝັ້ນໝາຍ ພ້ອມແລ້ວທີ່ຈະຫນູນຊ່ວຍບັນດາຄວາມມານະພະຍາຍາມທາງການທູດເພື່ອສະກັດກັ້ນສະພາບການທີ່ນັບມື້ນັບຊົ່ວຮ້າຍລົງ.