ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ

(VOVWORLD) -ນັບແຕ່ວັນທີ 15 ສິງຫາ ຮອດວັນທີ 30 ສິງຫາ, ສູນສະຫວັດດີການສັງຄົມ ໄດ້ ຮັບການຫນູນຊ່ວຍສິນຄ້າຈຳເປັນ ເພື່ອຮັບໃຊ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດ ລວມມູນຄ່າ ກວ່າ 41,5 ຕື້ດົ່ງເພື່ອແຈກຢາຍເຖິງບັນດາໂຮງໝໍກາງສະຫນາມ, ໂຮງໝໍປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19.



ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ - ảnh 1ພາບປະກອບ

ນັບແຕ່ເວລາ 17 ໂມງຂອງວັນທີ 30 ສິງຫາ ຫາເວລາ 17 ໂມງຂອງວັນທີ 31 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 12.607 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 16 ຄົນ. ແລະກໍ່ໃນວັນດຽວກັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ຕື່ມອີກ 10.044 ຄົນ ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຂຶ້ນເຖິງ 238.860 ຄົນ.

ແລະກໍ່ໃນຕອນເຊົ້າວັນທີ 31 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກ ກັບ ສູນ ສະຫວັດດີການສັງຄົມ ນະຄອນໂຮ່ຈີມິນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເຫນີໃຫ້ນະຄອນ ໂຮ່ຈີມິນ ສືບຕໍ່ຂົນຂວາຍແຫລ່ງກຳລັງສັງຄົມໃຫ້ຫລາຍກວ່າອີກເພື່ອຮ່ວມແຮງຮ່ວມໃຈປ້ອງກັນ ຕ້ານໂລກລະບາດ.

ນັບແຕ່ວັນທີ 15 ສິງຫາ ຮອດວັນທີ 30 ສິງຫາ, ສູນສະຫວັດດີການສັງຄົມ ໄດ້ ຮັບການຫນູນຊ່ວຍສິນຄ້າຈຳເປັນ ເພື່ອຮັບໃຊ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດ ລວມມູນຄ່າ ກວ່າ 41,5 ຕື້ດົ່ງເພື່ອແຈກຢາຍເຖິງບັນດາໂຮງໝໍກາງສະຫນາມ, ໂຮງໝໍປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ