ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​​ມີຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກວ່າ 4,6 ລ້ານ​ຄົນ

(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 13 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 225.447.877 ຄົນ, ໃນນັ້ນ ມີ 4.643.623 ຄົນ ເສຍຊີວິດ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 13 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 225.447.877 ຄົນ, ໃນນັ້ນ ມີ 4.643.623 ຄົນ ເສຍຊີວິດ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີແມ່ນ 202.009.768 ຄົນ.

        ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 372.044 ຄົນ ແລະ ມີ 5.869 ຄົນເສຍຊີວິດ ຍ້ອນໂລກລະບາດໂຄວິດ - 19. ອາເມລິກາ ຍັງຄົງແມ່ນປະເທດມີຜູ້ຕິດເຊື້ອລາຍໃໝ່ສູງສຸດໃນໂລກ, ດ້ວຍ 35.450 ຄົນ. ອາເມລິກາ, ອິນເດຍ, ບຣາຊິນ … ສືບຕໍ່ແມ່ນບັນດາປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ