ສະພາບການໂລກລະບາດໂຄວິດ - 19 ໃນທົ່ວໂລກ
(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 11 ມັງກອນ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ ກ່ວາ 90ລ້ານ 6 ແສນຄົນ ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 1ລ້ານ 9 ແສນຄົນ.
ການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ໂຮງໝໍ ຢູ່ Aachen ປະເທດເຢຍລະມັນ
(ພາບ: AFP/TTXVN)
|
ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 22ລ້ານ 9ແສນຄົນ ແລະ ຜູ້ເສຍຊີວິດແມ່ນ 382.242 ຄົນ. ຖັດຈາກອາເມລິກາແມ່ນ ອິນເດຍ, ບຣາຊິນ, ລັດເຊຍ ແລະ ອັງກິດ.
ໃນຂະນະນັ້ນ, ວັນທີ 10 ມັງກອນ ຍີ່ປຸ່ນຫາກໍ່ປະກາດວ່າ ໄດ້ກວດພົບເຊື້ອໄວຣັດສາຍພັນໃໝ່ຂອງ ໄວຣັດ SARS-CoV-2 ເຊິ່ງມີໂຄງປະກອບທີ່ແຕກຕ່າງກັນກັບສາຍພັນທີ່ໄດ້ກວດພົບຜູ້ອັງກິດ ແລະ ອາບຟຼິກກາໃຕ້. ສະຖາບັນຄົ້ນຄ້ວາ ພະຍາດຕິດແພດແຫ່ງຊາດ ຍີ່ປຸ່ນ ໄດ້ລາຍງານບັນດາກໍລະນີດັ່ງກ່າວຂຶ້ນເຖິງອົງການອະນາໄມໂລກ (WHO).
ການປຶກສາຫາລືຂັ້ນນັກຊ່ຽວຊານຄັ້ງທຳອິດ ຂອງອົງການ WHO ກ່ຽວກັບການອະນຸຍາດໃຫ້ນຳໃຊ້ວັກຊິນ COVID-19 Sputnik V ໂດຍລັດເຊຍຜະລິດໃນກໍລະນີສຸກເສີນເຊິ່ງຈະດຳເນີນໃນວັນທີ 20 ມັງກອນ. ມາຮອດປັດຈຸບັນ, ທົ່ວໂລກມີ ຜູ້ໄດ້ຮັບການສັກວັກຊິກກັນພະຍາດໂຄວິດ - 19 Sputnik V ກ່ວາ 1,5 ລ້ານຄົນ. ລັດເຊຍແມ່ນປະເທດທຳອິດໃນທົ່ວໂລກໄດ້ຈົດທະບຽນວັກຊິນກັນພະຍາດໂຄວິດ - 19.