ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ແລະ ຢູ່ ຫວຽດ​ນາມ ​ໄລ່​ຮອດ​ຕອນ​ເຊົ້າວັນ​ທີ 26 ຕຸ​ລາ

(VOVWORLD) -     ຕາມຕົວເລກທີ່ໄດ້ອັດເດດໃນເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 26 ຕຸລາ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃນໂລກສະສົມທັງໝົດ ກວ່າ 43,3 ລ້ານຄົນ, ໃນນັ້ນ ມີເກືອບ 1,6 ລ້ານຄົນເສຍຊີວິດ. ປັດຈຸບັນ, ໂລກລະບາດໂຄວິດ - 19 ໄດ້ແຜ່ລາມອອກສູ່ 213 ປະເທດ ແລະ ເຂດແຄວ້ນໃນໂລກ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ແລະ ຢູ່ ຫວຽດ​ນາມ ​ໄລ່​ຮອດ​ຕອນ​ເຊົ້າວັນ​ທີ 26 ຕຸ​ລາ - ảnh 1ອາຊີ ພວມກາຍເປັນພາກພື້ນຢືນອັນດັບທີ 2 ໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ - 19 (ພາບ: AP)

ບາງປະເທດເອີຣົບ ພວມເຫັນປະຈັກຕາການແຜ່ລະບາດຮອບທີ 2 ຂອງໂລກລະບາດໂຄວິດ - 19 ເມື່ອຈຳນວນຜູ້ຕິດເຊື້ອໃໝ່ພາຍໃນວັນເພີ່ມຂຶ້ນຄືນໃໝ່ຢ່າງແຮງ. ຝລັ່ງ ຢັ້ງຢືນວ່າ ມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 52.000 ຄົນ ສ່ວນຢູ່ ອີຕາລີ ແມ່ນກວ່າ 21.2000 ຄົນ.

        ໄລ່ຕາມທະວີບ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 13 ລ້ານຄົນ, ອາຊີ ພວມກາຍເປັນພາກພື້ນຢືນອັນດັບທີ 2 ໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ - 19, ໂດຍຖັດຈາກ ອາເມລິກາ ລາຕິນ.

        ສ່ວນຢູ່ ຫວຽດນາມ, ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ນັບແຕ່ເວລາ 18 ໂມງຂອງວັນທີ 25 ຕຸລາ ຫາເວລາ 6 ໂມງເຊົ້າຂອງວັນທີ 26 ຕຸລາ, ຫວຽດນາມ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອຕື່ມອີກ ແລະ ເປັນມື້ທີ 54 ແລ້ວ ທີ່ຫວຽດນາມບໍ່ກວດພົບກໍລະນີຕິດເຊື້ອໃນຊຸມຊົນ.   ໄລ່ຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີກໍລະນີຕິດເຊື້ອທັງໝົດ 1.168 ຄົນ, ໃນນັ້ນ ມີ 1.057 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ຄົນ ເສຍຊີວິດ.


ຕອບກັບ

ຂ່າວ/ບົດ​ອື່ນ