ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ-19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນ 37.064.839 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.071.460 ຄົນ
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ-19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1 (ພາບປະກອບ: nhandan.com.vn)

ຕາມບົດລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ- 19 ໃຫ້ຮູ້ວ່າ, ໄລ່ຮອດເວລາ 18 ໂມງຂອງວັນທີ 12 ຕຸລາ, ຫວຽດນາມ ບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ. ສະນັ້ນ, ໄດ້ເປັນມື້ທີ 39 ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ-19 ຝຍຊຸມຊົນ.

ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 1.025 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.110 ຄົນ, ໃນນັ້ນມີຜູ້ເສຍຊີວິດ 35 ຄົນ.

ສ່ວນຢູ່ໃນໂລກ, ໄລ່ຮອດເວລາ 23 ໂມງຂອງວັນທີ 10 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນ 37.064.839 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.071.460 ຄົນ ແລະ ຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 27.859.978 ຄົນ.

ອາເມລິກາ ຍັງແມ່ນປະເທດມີຜູ້ຕິດເຊື້ອພະຍາດໂຄວິດ-19 ດ້ວຍຈຳນວນ 7.889.502 ຄົນ, ມີຜູ້ເສຍຊີວິດ 218.574 ຄົນ. ຖັກຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ