(VOVWORLD) -ໃນ 24 ຊົ່ວໂມງທີ່ຜ່ານມາໃນທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ໃໝ່ 1.226.163 ຄົນ ແລະ ເສຍຊີວິດ 3.005 ຄົນ
ພາບປະກອບ |
ກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ໃນວັນທີ 27 ມີນານີ້ວ່າ: ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19ໃໝ່ໄດ້ຫຼຸດລົງຢ່າງຫຼວງຫຼາຍ ມີພຽງ 91.916 ຄົນເທົ່ານັ້ນ. ໃນມື້ດຽວກັນ, ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 185.861 ກໍລະນີ; ຍອດຈຳນວນຜູ້ເສຍຊີວິດຫຼຸດລົງເຫຼືອພຽງ 48 ກໍລະນີ...
ມາຮອດຕອນບ່າຍວັນທີ 27 ມີນານີ້, ທົ່ວປະເທດໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ 205 ລ້ານໂດສ, ໃນນັ້ນ ສັກເຂັມທີ 3 ແມ່ນ 48,5 ລ້ານກວ່າໂດສ;
ກ່ຽວກັບສະພາບການຂອງໂຄວິດ-19 ໃນໂລກ, ອີງຕາມຕົວເລກສະຖິຕິຂອງໜ້າເວບ worldometers.info, ໃນ 24 ຊົ່ວໂມງທີ່ຜ່ານມາໃນທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ໃໝ່ 1.226.163 ຄົນ ແລະ ເສຍຊີວິດ 3.005 ຄົນ. ມາຮອດປະຈຸບັນ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 480.8 ລ້ານກໍລະນີ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 6,1 ລ້ານຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ສືບຕໍ່ເປັນປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກທີ່ສຸດ.
ໃນອາຊີ, ເຊື້ອໄວຣັດກາຍພັນ Omicron ຈາກ SARS-CoV-2 ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງ ໃນໄລຍະ ລະບາດຄັ້ງທີ່ 4 ໃນສ.ເກົາຫຼີ. ໃນເອີຣົບ, ປະເທດສ່ວນຫຼາຍ ກໍາລັງພະຍາຍາມ ນຳຊີວິດຂອງປະຊາຊົນກັບຄືນສູ່ ສະພາບປົກກະຕິໃຫມ່ ດ້ວຍການດຳລົງຊີວິດຢູ່ຮ່ວມກັບ ໂຄວິດ-19 ຢ່າງປອດໄພ