ສະພາບຄວາມສະຫງົບຢູ່ອີຣັກຊົ່ວຮ້າຍລົງຢ່າງແຮງ
ສະຖານທີ່ເກີດເຫດການວາງລະເບີດ
(ພາບ: Reuters)
(vovworld) – ວັນທີ 11/6, ສະພາບຄວາມສະຫງົບຢູ່ ອີຣັກ ມີບັນດາການຜັນແປອັນຕະລາຍທີ່ສຸດເມື່ອບັນດາທະຫານກະບົດຊາວ ມຸດສະລິມ ອີຣັກ (ISIL) ໄດ້ຢຶດເອົາສະຖານກົງສູນໃຫຍ່ ຕວກກີ ຢູ່ເມືອງເອກ Mosul ຂຶ້ນກັບແຂວງ Nineved, ພາກເໜືອ ອີຣັກ ແລະ ລອກຈັດຕົວຫົວໜ້າສະຖານກົງສູນ ພ້ອມກັບພາລະກອນ 24 ຄົນ. ກ່ອນໜ້ານັ້ນ, ISIL ໄດ້ຍາດເອົາສິດຄວບຄຸມນະຄອນ Tikrit, ເມືອງເອກແຂວງ Salahudin, ພາກເໜືອ ອີຣັກ.
ພາຍຫຼັງການລອກຈັບຕົວ, ທ່ານນາຍົກລັດຖະມົນຕີ ຕວກກີ Tayyip Erdogan ໄດ້ຈັດກອງປະຊຸມດ່ວນກັບບັນດາການນຳອົງການສືບລາຊາການລັບແຫ່ງຊາດ ທັງເປັນຮອງນາຍົກລັດຖະມົນຕີ Besir Atalay ເພື່ອປຶກສາຫາລືກ່ຽວກັບການຜັນແປຂອງສະພາບການ. ກ່ອນໜ້ານັ້ນ, ທະຫານກະບົດ ISIL ໄດ້ເຂັ່ນຂ້າພາລະກອນປ້ອງກັນຄວາມສະຫງົບ ອີຣັກ 15 ຄົນຢູ່ເມືອງ Kirkuk ພາຍຫຼັງກັກຕົວເຂົາເຈົ້າ ກ່ອນນັ້ນ 2, 3 ວັນ.