ພາບປະກອບ:internet
|
(vovworld) - ວັນທີ 9/4, ພາຍຫລັງ ສປປ ເກົາຫລີ ກ່າວເຕືອນບັນດາອົງການ, ບໍລິສັດ ແລະ ນັກທ່ອງທ່ຽວຕ່າງປະເທດ ພວມຢູ່ ສເກົາຫລີ ກະກຽມບັນດາມາດຕະການຍົກຍ້າຍໄປເພື່ອຫລີກລ້ຽງຄວາມສ່ຽງອາດຈະເກີດຂຶ້ນສົງຄາມ, ຫ້ອງການປະທານາທິບໍດີ ສເກົາຫລີ Park Geun hye ໄດ້ອອກຖະແຫລງຢືນຢັນວ່າ ເຊີອູນ ຖືຄວາມກ່າວເຕືອນຂອງພຽງຢາງພຽງແຕ່ແມ່ນວິທີກໍ່ຈິດຕະສາດສົງຄາມເທົ່ານັ້ນ. ກ່ອນຫນ້ານັ້ນ ທ່ານນາງ ປະທານາທິບໍດີ Park Geun hye ໄດ້ສະແດງຄວາມເສຍຫວັງຕໍ່ເລື່ອງ ສປປ ເກົາຫລີ ຖະແຫລງອາດຈະຢຸດຕິການເຄື່ອນໄຫວຢູ່ເຂດອຸດສາຫະກຳ Kaesong. ໃນການປະຊຸມຂ່າວປະຈຳວັນຢູ່ ປັກກີ່ງ, ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຢືນຢັນວ່າ: ປັກກີ່ງ ບໍ່ຢາກເຫັນປະຈັກຕາຄວາມວຸ້ນວາຍໃນແຫລມເກົາຫລີ ພ້ອມທັງຄັດຄ້ານບໍ່ວ່າຝ່າຍໃດເຮັດໃຫ້ສະພາບການເຄ່ັງຕຶງຂຶ້ນຕື່ມ. ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ Alexander Lukashevich ໃຫ້ຮູ້ວ່າ: ຕ້ອງສືບຕໍ່ຄວາມມານະພະຍາຍາມດ້ານການເມືອງ ແລະ ການທູດ ເພາະວ່າ ນັ້ນແມ່ນມາດຕະການຫນຶ່ງດຽວສຳລັບບັນດາການກະທຳເຮັດໃຫ້ຄວາມເຄ່ັງຕຶງຢູ່ອາຊີຕາເວັນອອກສຽງເຫນືອເພີ່ມຂຶ້ນ. ໃນຂະນະນັ້ນ ທ່ານເລຂາທິການໃຫຍ່ ສປຊ Ban Ki moon ໄດ້ກ່າວເຕືອນວ່າສະພາບການເຄັ່ງຕຶງຢູ່ ແຫລມເກົາຫລີອາດບໍ່ສາມາດຄວບຄຸມໄດ້ ແລະ ຮຽກຮ້ອງບັນດາຝ່າຍຕ້ອງລະງັບໃຈ.