ສະພາບເສດຖະກິດທົ່ວໂລກມືດມົວຍ້ອນໂລກລະບາດໂຄວິດ-19

(VOVWORLD) -ສະພາບໂລກລະບາດໂຄວິດ- 19 ຍັງບໍ່ຜ່ອນຄາຍລົງເທື່ອ ເມື່ອມີຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກແມ່ນກວ່າ 17 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນກວ່າ 600.000.

ແງ່ຫວັງເສດຖະກິດທົ່ວໂລກຍັງມືດມົວຢູ່ ໃນສະພາບຜູ້ຕິດໂລກລະບາດໂຄວິດ-19 ສືບຕໍ່ເພີ່ມຂຶ້ນ ແລະ ເລື່ອງຫຼາຍປະເທດອາດຈະຈັດວາງຄຳສັ່ງປິດລ້ອມຄືນໃໝ່ນັ້ນ ຈະເຮັດໃຫ້ຕ່າວປີ້ນທ່າຟື້ນຟູເສດຖະກິດ. ນີ້ແມ່ນຂໍ້ສັງເກດລວມຂອງນັກທຸລະກິດກວ່າ 500 ທ່ານໄດ້ຍົກອອກມາໃນບັ້ນສຳຫຼວດໂດຍ Reuters ດຳເນີນໃນລະຫວ່າງວັນທີ 03 – 09 ກໍລະກົດ. ສະພາບໂລກລະບາດໂຄວິດ- 19 ຍັງບໍ່ຜ່ອນຄາຍລົງເທື່ອ ເມື່ອມີຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກແມ່ນກວ່າ 17 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນກວ່າ 600.000. ສິ່ງດັ່ງກ່າວໄດ້ບັງຄັບໃຫ້ຫຼາຍປະເທດປະຕິບັດບັນດາມາດຕະການຢ່າງຮັດກຸມ, ຈຳກັດປະຊາຊົນອອກນອກເຮືອນ ແລະ ການເຄື່ອນໄຫວດຳເນີນທຸລະກິດຖືກຢຸດສະງັກ, ເຊິ່ງຈະພາໄປເຖິງເສດຖະກິດສືບຕໍ່ມີຄວາມສ່ຽງຊຸດໂຊມ.

ຕອບກັບ

ຂ່າວ/ບົດ​ອື່ນ