ສະ​ພາບ​ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ເປັນ​ປົກ​ກະ​ຕິ ແລະ ມີການ​ເຕີບ​ໂຕ​ທີ່​ດີ

(VOVWORLD) -ຕອນເຊົ້າວັນທີ 6 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ສິງຫາ ແລະ ໄລຍະ 8 ເດືອນຕົ້ນປີ 2022. ໃນເດືອນ ສິງຫາ ແລະ 8 ເດືອນຕົ້ນປີ 2022, ສະພາບການເສດຖະກິດ - ສັງຄົມ ສືບຕໍ່ມີສະຖຽນລະພາບ ແລະ ມີສັນຍານເປັນໜ້າຊື່ນຊົມໃນເກືອບທຸກຂົງເຂດ.
ສະ​ພາບ​ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ເປັນ​ປົກ​ກະ​ຕິ ແລະ ມີການ​ເຕີບ​ໂຕ​ທີ່​ດີ - ảnh 1(ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ)

ເສດຖະກິດມະຫາພາກເປັນປົກກະຕິ. CPI ສະເລ່ຍໃນໄລຍະ 8 ເດືອນຜ່ານມາເພີ່ມຂຶ້ນ 2,58% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຕະຫຼາດການເງິນ, ເງິນຕາເປັນປົກກະຕິໂດຍພື້ນຖານ; ການສົ່ງອອກ - ນ້ຳເຂົ້າມີຄວາມດຸ່ນດ່ຽງ; ແຫຼ່ງສະໜອງກັບຄວາມຕ້ອງການແຮງງານ, ຄວາມໝັ້ນຄົງດ້ານພະລັງງານ, ສະບຽງອາຫານໄດ້ຮັບປະກັນ. ຄາດວ່າການເກັບ ງົບປະມານແຫ່ງລັດບັນລຸ 12,8 ຕື້ USD ເພີ່ມຂຶ້ນ 10,5%, ເຊິ່ງເປັນຕົວເລກສູງທີ່ສຸດ ນັບແຕ່ປີ 2018 ມາຮອດປັດຈຸບັນ. ມີຫຼາຍອົງການຈັດຕັ້ງ, ນັກຊ່ຽວຊານທີ່ມີຊື່ສຽງຂອງສາກົນ ໄດ້ຕີລາຄາສູງຕໍ່ໝາກຜົນ ແລະ ແງ່ຫວັງພັດທະນາເສດຖະກິດຂອງ ຫວຽດນາມ. ທະນາຄານໂລກ ຄາດຄະເນວ່າ ລະດັບເຕີບໂຕ GDP ຂອງ ຫວຽດນາມ ບັນລຸ 7,5% ໃນປີ 2022 ແລະ 6,7% ໃນປີ 2023.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ປະຕິບັດນະໂຍບາຍເງິນຕາຢ່າງລະມັດລະວັງ, ມີໄຫວພິບ, ໝັ້ນທ່ຽງ, ມີປະສິດທິຜົນ, ບໍລິຫານອັດຕາແລກປ່ຽນເງິນຕາ, ດອກເບ້ຍໃຫ້ເປັນປົກກະຕິ, ສິນເຊື່ອເຕີບໂຕຢ່າງເໝາະສົມ, ມຸ່ງໄປເຖິງຂົງເຂດຜະລິດດຳເນີນທຸລະກິດ; ເປັນເຈົ້າການຮັບມືກັບກໍລະນີຄາດຄະເນກ່ຽວກັບການເຕີບໂຕ, ໄພເງິນເຟີ້, ບັນດາການດຸ່ນດ່ຽງໃຫຍ່ ເພື່ອມີວິທີການຮັບມືຢ່າງທັນການ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ