ສະ​ພາບໂລກ​ລະ​ບາດ​ໂຄວິດ - 19 ​ຢູ່​ ຫວຽດ​ນາ ແລະ ໃນ​ໂລກ

(VOVWORLD) -ນັບແຕ່ເວລາ 1 ໂມງຂອງວັນທີ 18 ຕຸລາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 241,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 4,9 ລ້ານຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ ຫຼາຍກວ່າ 218,6 ລ້ານຄົນ.
ສະ​ພາບໂລກ​ລະ​ບາດ​ໂຄວິດ - 19 ​ຢູ່​ ຫວຽດ​ນາ ແລະ ໃນ​ໂລກ - ảnh 1ການປິ່ນປົວໃຫ້ຄົນເຈັບຕິດເຊື້ອໂຄວິດ - 19 ຢູ່ ໂຮງໝໍ Saint Petersburg, ລັດເຊຍ (ພາບ: TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 18 ຕຸລາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 241,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 4,9 ລ້ານຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ ຫຼາຍກວ່າ 218,6 ລ້ານຄົນ.

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 300.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 4.200 ຄົນ. ອັງກິດ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນຂອບເຂດທົ່ວປະເທດ, ດ້ວຍ 45.140 ຄົນ, ໃນຂະນະນັ້ນ, ລັດເຊຍ ພັດແມ່ນປະເທດມີຈຳນວນຜູ້ເສຍຊີວິດສູງທີ່ສຸດ, ດ້ວຍ 997 ຄົນ. ປັດຈຸບັນ, ອາເມລິກາ, ອິນເດຍ, ບຣາຊິນ, ລັດເຊຍ, ອັງກິດ… ແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ.

ສ່ວນຢູ່ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ແລ້ວ, ໄລ່ຮອດວັນທີ 18 ຕຸລາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 867.221 ຄົນ, ປິ່ນປົວຫາຍດີເປັນປົກກະຕິ 792.980 ຄົນ.

ກ່ຽວກັບສະພາບສັກວັກຊິນກັນໂຄວິດ-19, ມາຮອດປະຈຸບັນໄດ້ສັກວັກຊິນ 63.434.180 ເຂັມ, ສັກເຂັມທີ 2 ແມ່ນ 18.152.243 ເຂັມ.


ຕອບກັບ

ຂ່າວ/ບົດ​ອື່ນ