ສະພາບໂລກລະບາດໂຄວິດ-19 ໃນໂລກ

(VOVWORLD) -  ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info, ໄລ່ຮອດ 8 ໂມງເຊົ້າຂອງວັນທີ 28 ກໍລະກົດ (ຕາມເວລາ ຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກແມ່ນ 16.629.212 ຄົນ, ໃນນັ້ນ ມີ 655.865 ຄົນເສຍຊີວິດ.
ສະພາບໂລກລະບາດໂຄວິດ-19 ໃນໂລກ - ảnh 1ສະພາບໂລກລະບາດໂຄວິດ-19 ໃນໂລກ  (ພາບປະກອບ: AFP/TTXVN)

        ມາຮອດປະຈຸບັນ, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 214 ປະເທດ ແລະ ເຂດແຄ້ວນ. ສປປ.ເກົາຫຼີ ແມ່ນປະເທດໃໝ່ສຸດ (ທີ 214) ໄດ້ປະກາດກວດພົບຜູ້ຕິດເຊື້ອເປັນບວກກັບໄວຣັດ SARS-CoV-2 ຄົນທຳອິດ. ໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນຢູ່ຫລາຍປະເທດ, ບາງປະເທດປະເຊີນໜ້າກັບຄວາມສ່ຽງເຊື້ອພະຍາດແຜ່ລະບາດຄັ້ງທີ 2, ທີ 3. ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ບອກເຕືອນວ່າ ຈຳນວນຜູ້ຕິດເຊື້ຶ້ອໂຄວິດ-19 ໃນທົ່ວໂລກໄດ້ເພີ່ມຂຶ້ນທົບ 2 ເທົ່າພຽງໃນ 6 ອາທິດຜ່ານມາ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອແມ່ນ 4.432.112 ຄົນ ແລະ ມີ 150.418 ຄົນເສຍຊີວິດ. ຖັດມາແມ່ນປະເທດ ບຣາຊິນ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ