ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຕ້ອງເອົາໃຈໃສ່ເຖິງວິສາຫະກິດ
ກອງປະຊຸມສະຫລຸບວຽກງານປີ 2016 ແລະ ຜັນຂະຫຍາຍໜ້າທີ່ປີ 2017
ຂອງສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ
(vovworld) - ກ່າວຄຳເຫັນຊີ້ນຳກອງປະຊຸມສະຫລຸບວຽກງານປີ 2016 ແລະ ຜັນຂະຫຍາຍໜ້າທີ່ປີ 2017 ຂອງສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ພາລະກິດໃຫຍ່ສຸດຂອງສະພາມະຫາບັນດິດໃນປະຈຸບັນແມ່ນການປະກອບສ່ວນ ເພື່ອໃຫ້ພູມປັນຍາ ແລະ ພື້ນຖານດ້ານວິທະຍາສາດ ຫວຽດນາມ ມີຄວາມເຂັ້ມແຂງພາຍໃນປະເທດ, ເພື່ອຈາກນັ້ນ ສາມາດເຊື່ອມໂຍງເຂົ້າກັບລະບົບຄຸນຄ່າພູມປັນຍາໃນທົ່ວໂລກຢ່າງເປັນເຈົ້າການ. ໃນໄລຍະຈະມາເຖິງ ທ່ານນາຍົກລັດຖະມົນຕີ ຊີ້ນຳສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄປຄຽງຄູ່ການຄົ້ນຄວ້າວິທະຍາສາດ ພື້ນຖານ, ຄວນສະຫງວນເວລາ, ແຫຼ່ງກຳລັງໃຫ້ເໝາະສົມ ເພື່ອຄົ້ນຄວ້າໝູນໃຊ້ບັນດາຜົນງານດ້ານວິທະຍາສາດເຂົ້າພຶດຕິກຳຕົວຈິງ. ແລະ ທ່ານຢືນຢັນວ່າ ວິທະຍາສາດ ແລະ ເຕັກໂນໂລຢີໄດ້ຮັບການກຳນົດຈາກພັກ, ລັດ ຫວຽດນາມ ວ່າເປັນກຳລັງໜູນໃນການພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ເຈາະຈີ້ມໃຫ້ ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ກ່ຽວກັບບັນດາຫົວຂໍ້ຄົ້ນຄວ້າວິທະຍາສາດ ແລະ ສະເໜີບັນດາມາດຕະການ ແລະ ການນຳໃຊ້ຊັບພະຍາກອນໂລຫະໃຫ້ເໝາະສົມ; ປັບປຸງສະພາບແວດລ້ອມກໍ່ຄືແກ້ໄຂຜົນຮ້າຍຢ້ອນຫລັງ ແລະ ຮັບມືໃຫ້ດີທີ່ສຸດຕໍ່ບັນດາສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ; ໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດສິນຄ້າ; ນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການປຸງແຕ່ງຢ່າງເລິກເຊິ່ງ ເພື່ອຍົກສູງທີ່ຕັ້ງຂອງພື້ນຖານກະສິກຳ ຫວຽດນາມ ໃນລະບົບມູນຄ່າທົ່ວໂລກ; ຄົ້ນຄວ້າສະເໜີມາດຕະການຍົກສູງກຳລັງຄວາມສາມາດແກ່ງແຍ້ງໃຫ້ບັນດາຂະແໜງຂົງເຂດຫຼັກແຫຼ່ງຂອງປະເທດຊາດ.