ສະພາສູງກາຊັກສະຖານໃຫ້ສັດຕະຍາບັນFTAລະຫວ່າງEAEUກັບຫວຽດນາມ
ທ່ານ ຫງວຽນເຕີ໋ນຢຸງ ເຊັນສັນຍາການຄ້າເສລີລະຫວ່າງຫວຽດນາມ
ແລະພັນທະມິດເສດຖະກິດອາຊີ-ເອີລົບ (29/5/2015)
(ພາບ: TTXVN)
(vovworld) - ເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງພັນທະມິດເສດຖະກິດອາຊີ - ເອີລົບ (EAEU) ກັບ ຫວຽດນາມ ດຳເນີນໃນວັນທີ 11/2, ກ່ອນໜ້ານັ້ນ, ວັນທີ 29/5/2015 ໄດ້ບັນດາປະເທດສະມາຊິກ EAEU ລວມມີ (ລັດເຊຍ, ເບລາຣຸດ, ກາຊັກສະຖານ, ອາເມນີ, ກຽກກີສະຖານ) ໄດ້ເຊັນສັນຍາດັ່ງກ່າວ ກັບ ຫວຽດນາມ ຢູ່ ກາຊັກສະຖານ. ນີ້ແມ່ນ FTA ທຳອິດຂອງ EAEU ກັບປະເທດໜຶ່ງ. FTA ລະຫວ່າງ EAEU ແລະ ຫວຽດນາມ ໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນ, ເປີດກາລະໂອກາດແລກປ່ຽນດ້ານການຄ້າໃຫ້ທັງ 2 ຝ່າຍ ເມື່ອສິນຄ້າປະມານ 90% ຈະໄດ້ຮັບການຫລຸດຜ່ອນ ຫຼື ຍົກເວັ້ນພາສີ, ໃນນັ້ນ ປະເພດສິນຄ້າຖືກຍົກເວັ້ນພາສີແມ່ນ 60% ດ້ວຍ 0 ເມື່ອ FTA ມີຜົນສັກສິດ. ຕາມກະຊວງເສດຖະກິດ ກາຊັກສະຖານ ແລ້ວ, FTA ດັ່ງກ່າວ ຈະຊ່ວຍປະເທດນີ້ ເພີ່ມທະວີການສົ່ງອອກສິນຄ້າໄປຍັງ ຫວຽດນາມ. ປີ 2015 ວົງເງິນການຄ້າລະຫວ່າງ ກາຊັກສະຖານ ແລະ ຫວຽດນາມ ບັນລຸໄດ້ 205 ລ້ານ USD.