(ພາບປະກອບ:tintuc.vnn.vn)
(vovworld)- ວັນທີ 14/6, ສະພາສູງກຳປູເຈຍ ໄດ້ເຫັນດີເປັນເອກະສັນກ່ຽວກັບການຮັບຮອງເອົາຮ່າງກົດໝາຍຕ້ານການບໍ່ຮັບຮູ້ໂທດກຳໃນສະໄຫມຂະແມແດງ. ວາລະປະຊຸມຂອງສະພາສູງກຳປູເຈຍ ຖືກດຳເນີນໄປໂດຍພາຍໃຕ້ການເປັນປະທານຂອງທ່ານ Sai Chhum ຮອງປະທານຜູ້ທີໜຶ່ງ ໄດ້ດຳເນີນການກວດກາ, ປຶກສາຫາລື, ປ່ອນບັດເຫັນດີເຫັນພ້ອມ ຮັບຮອງເອົາເນື້ອໃນທັງໝົດຂອງຮ່າງກົດໝາຍ. ພາຍຫລັງໄດ້ຮັບການຮັບຮອງເອົາ, ກົດໝາຍສະບັບດັ່ງກ່າວຈະຖືກນຳໃຊ້ຢ່າງກ້ວາງຂວາງ ບໍ່ຈຳແນກຊົນເຜົ່າ, ສາສະໜາ, ການເຫຼື້ອມໄສ, ທ່າອຽງການເມືອງ…ແຕ່ເຖິງຢ່າງໃດກໍ່ຕາມ, ກົດໝາຍສະບັບດັ່ງກ່າວຈະບໍ່ໄດ້ນຳໃຊ້ສຳລັບບັນດາກໍລະນີລະເມີດກ່ອນໄລຍະເວລາທີ່ກົດໝາຍໄດ້ຮັບການປະກາດໃຊ້.