ສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຕ້ານໂທດຍ້ອນກຳຄຽດແຄ້ນຊາວເຊື້ອຊາດອາຊີ
(VOVWORLD) -ອຳນາດການປົກຄອງ ປະທານາທິບໍດີ Joe Biden ໄດ້ຜັນຂະຫຍາຍ ບາງມາດຕະການ ເພື່ອແນໃສ່ຮັບມືກັບສະພາບການ ຈຳແນກການປະພຶດຕໍ່ຊາວເຊື້ອຊາດອາຊີ.
ການແຫ່ຂະບວນຄັດຄ້ານສະພາບການໃຊ້ຄວາມຮຸນແຮງ ແລະ ເພີ່ມຄວາມຄຽດແຄ້ນຊາວເຊື້ອຊາດອາຊີ ຢູ່ນິວຢອກ (ພາບ: THX/TTXVN)
|
ດ້ວຍບັດສະໜັບສະໜູນ 94 ບັດ ແລະ ບັດຄ້ານ 1 ບັດ, ວັນທີ 22 ເມສາ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຕ້ານຄືນການເພີ່ມຂຶ້ນຂອງບັນດາໂທດກຳຍ້ອນຄຽດແຄ້ນ ສຳລັບຊາວອາເມລິກາ ເຊື້ອຊາດ ອາຊີ ໃນໄລຍະເກີດໂລກລະບາດໂຄວິດ - 19. ວາລະປ່ອນບັດຢູ່ ສະພາສູງ ໄດ້ດຳເນີນພາຍຫຼັງການເຈລະຈາລະຫວ່າງບັນດາສະມາຊິກສະພາສູງ ເພື່ອແນໃສ່ລະດົມການສະໜັບສະໜູນສຳລັບຮ່າງກົດໝາຍ, ຊຶ່ງຈຳເປັນຕ້ອງມີບັດສະໜັບສະໜູນຢ່າງໜ້ອຍສຸດ 60 ບັດ ເພື່ອຮັບຮອງເອົາ. ຮ່າງກົດໝາຍນີ້ ຈະໄດ້ສົ່ງໄປຍັງສະພາຕ່ຳພິຈາລະນາ. ຕາມການຄົ້ນຄ້ວາຂອງ ມະຫາວິທະຍາໄລ ລັດ California, ຈຳນວນໂທດກຳຍ້ອນຄຽດແຄ້ນທີ່ເລັ່ງໃສ່ຊາວ ອາເມລິກາ ເຊື້ອຊາດອາຊີ ໄດ້ເພີ່ມຂຶ້ນ 149 % ຢູ່ 16 ນະຄອນຂອງ ອາເມລິກາ ໃນປີ 2020. ອຳນາດການປົກຄອງ ປະທານາທິບໍດີ Joe Biden ໄດ້ຜັນຂະຫຍາຍ ບາງມາດຕະການ ເພື່ອແນໃສ່ຮັບມືກັບສະພາບການ ຈຳແນກການປະພຶດຕໍ່ຊາວເຊື້ອຊາດອາຊີ, ລວມມີການໜູນຊ່ວຍເງິນເປັນຈຳນວນ 50 ລ້ານ USD ໃນບ້ວງເງິນໜູນຊ່ວຍ ໂຄວິດ - 19 ເພື່ອຊ່ວຍໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ການຄຸກຄາມທາງເພດທີ່ເປັນຊາວເຊື້ອຊາດອາຊີ ແລະ ບັນດາເກາະຢູ່ປາຊີຟິກ.