ສະພາສິດທິມະນຸດສປຊປະຊຸມກ່ຽວກັບວິກິດການຊີຣີແລະບັນຫາຄົນເຂົ້າເມືອງ
ສະພາສິດທິມະນຸດ ສະຫະປະຊາຊາດ
(ພາບ: AFP/TTXVN)
(vovworld) – ວັນທີ 29/02, ກອງປະຊຸມປະຈຳປີຂອງສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) ຖືກໄຂຂຶ້ນທີ່ສຳນັກງານຢູ່ Geneva ປະເທດ ສະວິດ. ບັນດາບັນຫາວິກິດການຢູ່ ຊີຣີ, ຄົນເຂົ້າເມືອງ ແລະ ວິທີການມີປະຕິກິລິຍາກັບລັດທິຫົວຮຸນແຮງ ໄດ້ກາຍເປັນເນື້ອໃນ ທີ່ບັນດາຜູ້ແທນປຶກສາຫາລືຫລາຍສຸດໃນວັນທຳອິດຂອງກອງປະຊຸມ. ນະທີ່ນີ້, ທ່ານ Didier Burkhalter ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະວິດ ຖືວ່າ: ປະຊາຄົມສາກົນຄວນຮີບເຮັ່ງຊອກຫາມາດຕະການດ້ານການເມືອງໃຫ້ແກ່ການປະທະກັນຢູ່ ຊີຣີ. ຕາມທ່ານແລ້ວ, ຂໍ້ຕົກລົງຢຸດຕິການເປັນປໍລະປັກທີ່ຫາກໍ່ມີຜົນສັກສິດໃນວັນທີ 27/02 ແມ່ນບາດກ້າວທີ່ໜ້າສົ່ງເສີມ, ແຕ່ຄວນຮັບປະກັນວ່າ ບັນດາຝ່າຍເຂົ້າຮ່ວມການປະທະກັນນີ້ ຕ້ອງເຄົາລົບຂໍ້ຕົກລົງ. ນອກຈາກນັ້ນ, ທ່ານ Burkhalter ກໍ່ຖືວ່າ: ສະຫະປະຊາຊາດ ຄວນໃຫ້ການໜູນຊ່ວຍມະນຸດສະທຳກ່ວາອີກ ເພື່ອຫລຸດຜ່ອນຄວາມເຈັບປວດ ເຊິ່ງຊາວ ຊີຣີ ພວມປະເຊີນໜ້າ.