ສະພາສິດທິມະນຸດສປຊເປີດວາລະປຶກສາຫາລືກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ສິດທິມະນຸດ


ສະພາສິດທິມະນຸດສປຊເປີດວາລະປຶກສາຫາລືກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ສິດທິມະນຸດ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 03/03, ກອງ​ປະຊຸມ​ປະຈຳ​ໄລຍະ​ເທື່ອ​ທີ 31 ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​​ໄດ້ເປີດ​ວາລະ​​ປຶກສາ​ຫາລື​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເຖິງ​ສິດຂອງ​ມະນຸດ ​ທີ່​ໄດ້​ຊົມ​ໃຊ້​ສຸຂະພາບທາງ​ດ້ານ​ຮ່າງ​ກາຍ ​ແລະ ຈິດ​ໃຈ​ຢູ່​ລະດັບ​ດີ​ທີ​ສຸດ. ດ້ວຍຖານະ​ເປັນ​ສະມາຊິກ​ກຸ່ມ​ແກ່ນສານ​ຊຸກຍູ້​ການປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ການ​ປ່ຽນ​ແປງ​ຂອງດິນ​ຟ້າອາກາດ ​ແລະ ສິດທິ​ມະນຸດ, ທ່ານ ຫງວຽນ​ຈູງ​ແທ່ງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ, ຫົວໜ້າຄະນະ​ຜູ້ຕາງໜ້າ​ປະຈຳ ຫວຽດນາມ ຄຽງ​ຂ້າງ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ຢູ່ ​ເຊີ​ແນວ ​ໄດ້ບໍລິຫານ​ວາລະ​ປຶກສາ​ຫາລືນີ້. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ນອນ​ໃນ​ກຸ່ມ​ບັນດາ​ປະ​ເທດ ທີ່​ເຄີຍ​ຖື​ກຜົນ​ເສຍ​ຫາຍ​ທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ດ້ວຍຜົນ​ກະທົບ​ຫຍໍ້​ທໍ້​ຫລາຍ​ຢ່າງ​ຕໍ່​ສຸຂະພາບ​ຂອງປະຊາຊົນ​ຄື: ມີຜົນ​ເສຍ​ຫາຍ​ຢ່າງໜັກ​ໜ່ວງສຳລັບ​ມະນຸດ ​ແລະ ວັດຖຸ​ໂດຍ​ໄພ​ທຳ​ມະ​ຊາດ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ, ບັນດາ​ໂລກ​ພະຍາດທີ່​ເກີດ​ຈາກ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ. ​ໃນ​ສະພາບ​ການ​ນັ້ນ, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຫລຸດ​ຜ່ອນບັນດາ​ຜົນ​ກະທົບ​ຈາກ​ການ​ປ່ຽນ​​ແປງ​ດິນ​ຟ້າ​ອາກາດ​​ເຖິງ​ສຸຂະພາບ​ຂອງທົ່ວປວງ​ຊົນ, ນຳ​ເອົາ​ບັນຫາ​ການກະທົບ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ເຖິງ​ສິດທິ​ມະນຸດ​ເຂົ້າ​ໃນ​ບັນດາ​​ແຜນການ, ນະ​ໂຍບາຍ​ຂອງ​ປະ​ເທດ ກໍ່​ຄື​ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ຕ່າງໆປະຕິບັດ​ຂໍ້​ຕົກ​ລົງ Paris ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຢ່າງ​ຄົບ​ຖ້ວນ.


ຂ່າວ/ບົດ​ອື່ນ