(vovworld) – ວັນທີ 01/09, ສະພາສິດທິມະນຸດສະຫະປະຊາຊາດ ໄດ້ຈັດກອງປະຊຸມພິເສດກ່ຽວກັບ “ສະພາບສິດທິມະນຸດຢູ່ອີຣັກ ໃນສະພາບທີ່ບັນດາກຸ່ມກໍ່ການຮ້າຍລັດອິດສະລາມ ແລະ ບັນດາກຸ່ມປະກອບອາວຸດອື່ນໆພວມລະເມີດສິດທິມະນຸດ”, ຕາມຄວາມຮຽກຮ້ອງຂອງ 30 ປະເທດສະມາຊິກສະພາສິດທິມະນຸດ ແລະ 30 ປະເທດສັງເກດການ, ໃນນັ້ນມີອີຣັກ. ບົດລາຍງານກ່ຽວກັບສິດທິມະນຸດ ແລະ ສິດຂອງມະນຸດຢູ່ບາງເຂດຂອງອີຣັກ ຖືກກຸ່ມປະກອບອາວຸດທີ່ອ້າງຊື່ວ່າເປັນລັດອິດສລາມ (IS) ບຸກໂຈມຕີ, ຢືດຄອງໃນເວລາ 2 – 3 ເດືອນມໍ່ໆມານີ້ ອັນໄດ້ກໍ່ຄວາມລົ້ມຫາຍຕາຍຈາກໃຫ້ສາມັນຊົນຫຼາຍຄົນ. ການກະທຳດັ່ງກ່າວໄດ້ລະເມີດສິດທິມະນຸດ ແລະ ສິດເສລີເປັນພື້ນຖານຢ່າງຮ້າຍແຮງ, ໂດຍສະເພາະແມ່ນສິດມີຊີວິດ, ສິດໄດ້ຮັບການປະພຶດຕໍ່ມະນຸດສະທຳ, ສິດເສລີໃນການເຊື່ອຖືສາສະໜາ, ສິດຂອງເດັກ, ຂອງແມ່ຍິງ. ຄຳເຫັນຂອງ 30 ປະເທດສະມາຊິກ ແລະ ນັກສັງເກດການຂອງສະພາສິດທິມະນຸດ 40 ຄົນ ລ້ວນແຕ່ກ່າວປະນາມບັນດາການກະທຳຂອງ IS, ພິເສດແມ່ນການຫຼອກຈັບຕົວ, ເປັນຂ້ອຍຂ້າ ທໍລະມານ, ປະຫານຊີວິດ… ບັນດານັກໂທດ ແລະ ສາມັນຊົນ, ໃນກໍລະນີຕ່າງໆ ສາມາດກາຍເປັນໂທດສົງຄາມ, ໂທດຕ້ານມະນຸດ ແລະ ດັບສູນເຊື້ອຊາດ.