ສະພາສິດທິມະນຸດຮັບຮອງເອົາມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດແລະສິດທິມະນຸດ

(VOVWORLD) -ໃນວັນທີ 11-12 ກໍລະກົດ, ຢູ່ ສຳນັກງານ ສປຊ ທີ່ ເຊີແນວ ປະເທດ ສະວິດ, ສະພາສິດທິມະນຸ ສປຊ ໄດ້ດຳເນີນບັນດາວາລະປຶກສາຫາລືສຸດທ້າຍ ພາຍຫລັງເຮັດວຽກມາເປັນເວລາ 3 ອາທິດ ເພື່ອຮັບຮອງເອົາ 26 ມະຕິ, ໃນນັ້ນ ມີມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ໂດຍຫວຽດນາມ, ຟີລີບປີນ ແລະ ບັງກະລາເທດ ຮ່ວມກັນຮຽບຮຽງ. 

ສະພາສິດທິມະນຸດຮັບຮອງເອົາມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດແລະສິດທິມະນຸດ - ảnh 1 ສະພາສິດທິມະນຸ ສປຊ ຈັດກອງປະຊຸມປຶກສາຫາລື

ພາບ:dangcongsan.vn

ມະຕິ ສະບັບນີ້ໄດ້ຮຽກຮ້ອງບັນດາປະເທດ ເພີ່ມທະວີບັນດາມາດຕະການຮັບປະກັນສິດທິຂອງຄົນພິການຕໍ່ຫນ້າການກະທົບບໍ່ດີຈາກການປ່ຽນແປງຂອງດິນຟ້າອາກາດ ພິເສດ ແມ່ນຮັບປະກັນການເຂົ້າຮ່ວມຂອງຄົນພິການເຂົ້າໃນການສ້າງ ແລະ ຜັນຂະຫຍາຍບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຂັ້ນທ້ອງຖິ່ນ, ຂັ້ນຊາດ ແລະ   ສາກົນ.

ທີ່ກອງປະຊຸມຄັ້ງນີ້ ສະພາສິດທິມະນຸດ ກໍ່ໄດ້ຮັບຮອງເອົາໝາກຜົນກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດຂອງຫວຽດນາມ ໃນຮອບວຽນທີ 3 ພ້ອມກັບບົດລາຍງານຂອງ 13 ປະເທດອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ