ສະພາແຫ່ງຊາດຊັກຖານລັດຖະມົນຕີກະຊວງສຶກສາແລະບຳລຸງສ້າງຟູງຊວນຍະ
ທ່ານ ຟູງຊວນຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ
(vovworld) – ມາດຕະການຄຸ້ມຄອງຄຸນນະພາບການສຶກສາມະຫາວິທະຍາໄລ, ຕິດພັນກັບການບຳລຸງສ້າງກັບການວາງແຜນກຳນົດ, ຄາດຄະເນ ແລະ ການນຳໃຊ້ແຫຼ່ງຊັບພະຍາກອນມະນຸດ; ປະຕິບັດການປ່ຽນໃໝ່ວິທີການສອບເສັງ ແລະ ຮັບຮອງເອົາການຮຽນຈົບຕາມທິດກະທັດລັດ; ເລື່ອງບຳລຸງສ້າງລູກຫຼານພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍແມ່ນບັນດາເນື້ອໃນ ເຊິ່ງສະມາຊິກສະພາແຫ່ງຊາດຫລາຍທ່ານ ວາງອອກຕໍ່ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງໃນວາລະຊັກຖາມຕອນເຊົ້າວັນທີ 16/11.
ເມື່ອຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບສະພາບນັກສຶກສາບໍ່ມີວຽກເຮັດງານທຳພາຍຫລັງຮຽນຈົບ ກໍ່ຄືການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຍັງບໍ່ທັນຕິດພັນກັບຄວາມຕ້ອງການຂອງຕະຫລາດ, ທ່ານ ຟູງຊວນຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ໃຫ້ຮູ້ມາດຕະການໃນໄລຍະຈະມາເຖິງວ່າ:
ທຳອິດຕ້ອງວາງແຜນກຳນົດຕາໜ່າງບັນດາໂຮງຮຽນຄືນໃໝ່ ເພື່ອໃຫ້ການສະໜອງ - ຄວາມຕ້ອງການໃກ້ກັນ. ທີ 2 ແມ່ນຮັບປະກັນຄຸນນະພາບບັນດາໂຮງຮຽນ ແລະ ບັນດາຂະແໜງ, ໃນນັ້ນມີຄູອາຈານ, ພື້ນຖານວັດຖຸ, ການເງິນ. ທີ 3 ແມ່ນຕ້ອງຕິດພັນກັບການຄາດຄະເນ, ປະຕິບັດວຽກງານຄາດຄະເນໃຫ້ດີ. ໃນໄລຍະຈະມາເຖິງ ຈະສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເພື່ອປະຕິບັດວຽກງານຄາດຄະເນເປັນຢ່າງດີ ຈາກນັ້ນ ຈະມີການວາງແຜນກຳນົດ.