(vovworld) - ໃນວາລະປະຊຸມຕອນເຊົ້າວັນທີ 15/11, ບັນດາສະມາຊິກສະພາແຫ່ງຊາດໄດ້ຊັກຖາມລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈີນຕ໋ວນແອງ. ຫຼາຍຂົງເຂດເຊິ່ງຜູ້ມີສິດເລືອກຕັ້ງໃນທົ່ວປະເທດມີຄວາມສົນໃຈນັ້ນແມ່ນສາຍເຫດ, ທິດທາງແກ້ໄຂ 5 ໂຄງການໃຫຍ່ທີ່ກໍ່ຄວາມຫຼຸບທຶນນັບພັນຕື້ດົ່ງໃຫ້ງົບປະມານແຫ່ງລັດ, ຂັ້ນຕອນດຳເນີນເມື່ອເຂື່ອນໄຟຟ້ານ້ຳຕົກລະບາຍນ້ຳ, ຄວາມຮັບຜິດຊອບຄຸ້ມຄອງລັດກ່ຽວກັບບັນຫາຟຸ່ນເຄມີປອມ, ມີຄຸນນະພາບຕ່ຳ; ບັນດາມາດຕະການອາລັກຂາດ້ານການຄ້າຖືກຕ້ອງຕາມກົດໝາຍ.
ເມື່ອຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບການແກ້ໄຂສະພາບນຳເຂົ້າເກີນດຸນ ໃນການພົວພັນດ້ານການຄ້າຕ່າງປະເທດ ເພື່ອແນໃສ່ຮັບປະກັນຄາດໝາຍພັດທະນາເສດຖະກິດ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈີນຕ໋ວນແອງ ໃຫ້ຮູ້ວ່າ.
“ທັດສະນະຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນຍາມໃດກໍ່ຫັນເປັນຫຼາຍຝ່າຍເພື່ອພັດທະນາ. ໃນການພົວພັນດ້ານການຄ້າ, ພວກເຮົາກໍ່ມຸ່ງໄປເຖິງບັນດາການພົວພັນແບບຍືນຍົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ, ຮັບປະກັນກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ເພີ່ອໃຫ້ການຄ້າມີຄວາມດູ່ນດ່ຽງ ພຽງມີວິທີດຽວນັ້ນແມ່ນຍົກສູງກຳລັງແກ່ງແຍ້ງຂອງບັນດາຂະແໜງ, ຕ້ອງມີສະຖຽນລະພາບ ແລະ ມີຮູບແບບເຕີບໂຕທີ່ດີ, ສືບຕໍ່ຫັນບັນດາລະບຽບການບໍລິຫານເປັນງ່າຍດາຍ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົງທຶນໃຫ້ສະດວກ, ປອດໄສ… ເຮັດໄດ້ຄືແນວນັ້ນຈຶ່ງຕອບສະໜອງໄດ້ການແກ່ງແຍ້ງຢູ່ພາຍໃນປະເທດ ແລະ ສາກົນ”.
ເມື່ອເຕືອງເຖິງ 5 ໂຄງການໃຫຍ່ທີ່ກໍ່ຄວາມຫຼຸບທຶນນັບພັນຕື້ດົ່ງໃຫ້ງົບປະມານແຫ່ງລັດ. ທ່ານ ເຈີນຕ໋ວນແອງ ກ່າວວ່າ.
“ບັນດາມາດຕະການແກ້ໄຂໃຫ້ໂຄງການເຫຼົ່ານີ້ ຕ້ອງໄດ້ຮັບການພິຈາລະນາສັງລວມ, ບັນດາຈຸດໝາຍຮັບປະກັນດ້ານທຶນຮອນ; ບັນດາມາດຕະການເໝາະສົມກັບເສດຖະກິດການຕະຫລາດ; ມີທິດທາງແກ້ໄຂຄື ຂາຍໂຄງການ, ໃຫ້ເຊົ່າ, ຫັນເປັນຫຸ້ນສ່ວນ ຫຼື ຊຳ້ບໍ່ໜຳອາດຈະປະກາດລົ້ມລະລາຍ. ບັນຫາທີ 2 ແມ່ນຮັບປະກັນ ບໍ່ປະໃຫ້ເກີດສະພາບການຄ້າຍຄືກັນ, ພິຈາລະນາຄວາມຮັບຜິດຊອບຂອງອົງການ, ບຸກຄົນໃນແຕ່ລະໄລຍະຢ່າງຈະແຈ້ງ. ກ່ຽວກັບບົດຮຽນ, ຄວນມີການປ່ຽນໃໝ່ຮູບແບບການຄຸ້ມຄອງບັນດາລັດວິສາຫະກິດ; ກຳນົດເຮັດແຈ້ງບົດບາດຂອງລັດວິສາຫະກິດໃນຂົງເຂດພັດທະນາເສດຖະກິດ, ທັດສະນະແມ່ນ ລັດບໍ່ຈຳເປັນຕ້ອງມີໜ້າໃນທຸກຂົງເຂດ”.
ສຳລັບບັນດາໂຄງການເຂື່ອນໄຟຟ້ານ້ຳຕົກ, ທ່ານລັດຖະມົນຕີ ຢືນຢັນວ່າ ໂດຍພື້ນຖານ ຫວຽດນາມ ໄດ້ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງເຂື່ອນໄຟຟ້ານ້ຳຕົກຂອງປະເທດດ້ວຍ 336 ໂຄງການ. ເພື່ອຮັບປະກັນເລື່ອງເຂື່ອນໄຟຟ້ານ້ຳຕົກໄດ້ລະບາຍປ່ອຍນ້ຳຖືກຕາມຂັ້ນຕອນ, ທ່ານລັດຖະມົນຕີ ເຈິ່ນຕວນແອງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ ກະຊວງອຸດສາຫະກຳ ແລະ ການຄ້າ ຈະກວດກາສັງລວມຂັ້ນຕອນການລະບາຍນ້ຳກໍ່ຄືວິທີການສົມທົບກັນປ້ອງກັນຕ້ານໄພນ້ຳແກ່ງ; ຕີລາຄາ, ກວດກາຄືນເລື່ອງຮັບປະກັນຄວາມປອດໄພເມື່ອເຂື່ອນໄຟຟ້າໄດ້ລະບາຍນ້ຳ ພ້ອມນັ້ນແມ່ນ ປະຕິບັດບັນດາຂໍ້ກຳນົດຢ່າງເຂັ້ມງວດ.