(vovworld) – ຕອນເຊົ້າວັນທີ 19/09, ສະພາແຫ່ງຊາດຍີ່ປຸ່ນ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ້ອງກັນຄວາມສະຫງົບ ເພື່ອແນໃສ່ເປີດກ້ວາງບົດບາດຂອງກຳລັງປ້ອງກັນຍີ່ປຸ່ນ (SDF) ຢູ່ຕ່າງປະເທດ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຢ່າງແຮງຈາກບັນດາສະມາຊິກຝ່າຍຄ້ານ. ການກະທຳນີ້ໄດ້ເປັນຂີດໝາຍແຫ່ງການປ່ຽນແປງອັນໃຫຍ່ຫຼວງໃນນະໂຍບາຍປ້ອງກັນຄວາມສະຫງົບຂອງຍີ່ປຸ່ນ ໄລຍະຫຼັງສົງຄາມ, ອະນຸດຍາດໃຫ້ພົນທະຫານປະເທດນີ້ເຂົ້າຮ່ວມການສູ້ຮົບຢູ່ຕ່າງປະເທດ. ດ້ວຍຈຸດປະສົງເປີດກວ້າງບົດບາດຂອງ SDF ຢູ່ຕ່າງປະເທດ ເພື່ອແນໃສ່ເພີ່ມທະວີການພົວພັນພັນທະມິດກັບອາເມລິກາ, ກົດໝາຍວ່າດ້ວຍປ້ອງກັນຄວາມສະຫງົບສະບັບໃໝ່ນີ້ ອະນຸດຍາດໃຫ້ຍີ່ປຸ່ນ ປະຕິບັດສິດປ້ອງກັນຮ່ວມ ຫຼື ໜູນຊ່ວຍອາເມລິກາ ແລະ ບັນດາປະເທດພັດທະມິດອື່ນທີ່ຖືກບຸກໂຈມຕີດ້ວຍກຳລັງອາວຸດ, ນັບທັງໃນກໍລະນີຍີ່ປຸ່ນ ບໍ່ຖືກບຸກໂຈມຕີ. ນອກນັ້ນ, ກົດໝາຍໃໝ່ນີ້ຍັງອະນຸຍາດໃຫ້ SDF ໜູນຊ່ວຍດ້ານພະລາທິການໃຫ້ກອງທັບຕ່າງປະເທດ ໃນບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບສາກົນ.