ສະພາແຫ່ງຊາດນອກແວສະໜັບສະໜູນການພັດທະນາສາຍພົວພັນກັບຫວຽດນາມ

ສະພາແຫ່ງຊາດນອກແວສະໜັບສະໜູນການພັດທະນາສາຍພົວພັນກັບຫວຽດນາມ - ảnh 1
​ທ່ານ​ ຟູ່​ງກວກ​ຫຽນ ມີ​ການ​ເຮັດ​ວຽກກັບ​ການ​ນຳ​ສະພາ​ແຫ່ງ​ຊາດ
 ​ແລ​ະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ນອກ​ແວ
(ພາບ: TTXVN)

(vovworld) - ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ນອກ​ແວ, ວັນ​ທີ 22/09, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ຮ​ອງປະທານ​ສະພາ​ແຫ່ງ​ຊາດ ຟູ່​ງກວກ​ຫຽນ ນຳ​ໜ້າ, ມີ​ການ​ເຮັດ​ວຽກກັບ​ການ​ນຳ​ສະພາ​ແຫ່ງ​ຊາດ ​ແລ​ະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ນອກ​ແວ. ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ Svien Roald Hansen ຮອງ​ປະທານ​ສະພາ​ແຫ່ງ​ຊາດ ນອກ​ແວ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຟູ່​ງກວກ​ຫຽນ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະສະໜັບສະໜູ​ນ, ​ເປັນ​ຂົວ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ ນອກ​ແວ - ອາຊຽນ ​ແລະ ສະ​ເໜີ ນອກ​ແວ ສະໜັບສະໜູນ ຫວຽດນາມ ​ສະໝັກ​​ເລືອກ​ຕັ້ງ​ເຂົ້າ​ສະພາ​ຄວາມ​ໝັ້ນຄົງ​ສະ​ຫະປະຊາ​ຊາດ ອາຍຸ​ການ 2020 – 2021. ຝ່າຍ ຫວຽດນາມ ກໍ່​ປາດ​ຖະໜາ​ວ່າ: ນອກ​ແວ ສືບ​ຕໍ່​ຮັກສາ ODA ​ໃຫ້ ຫວຽດນາມ, ​ໃນ​ນັ້ນ ​ມີ​ເລື່ອງ​ພິຈາລະນາ​ອຸປະຖຳ ຫຼື ຮ່ວມ​ອຸປະຖຳ, ​ຂະຫຍາຍ​ຮູບ​​ແບບ​ໂຄງການ​ອຸປະ​ຖຳ​ໃນ​ຂົງ​ເຂດລ້ຽງ​ປູກສິນ​ໃນ​ນ້ຳ, ພັດທະນາ​ເສດຖະກິດ​ຊົນນະບົດ​ໃຫ້​ເຂດ​ທຸກ​ຍາກ, ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢ່າງ​ມີ​ປະສິ​ດທິຜົນ.

        ທີ່​ການ​ເຮັດ​ວຽກ​ກັບ​ທ່ານ​ນາງ Siv Jensen ລັດຖະມົນຕີ​ກະຊວງ​ການ​ເງິນ ນອກ​ແວ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ໂດຍ​ຖື​ວ່າ: ຄວນ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ ນອກ​ແວ ​ເຂົ້າ​ມາລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ທ່ານນາງ​ລັດຖະມົນຕີກະຊວງ​ການ​ເງິນ Siv Jensen ​ໃຫ້​ຮູ້​ວ່າ: ວິ​ສາ​ຫະກິດ ນອກ​ແວ ຫລາຍ​ແຫ່ງ ​ເອົາ​ໃຈ​ໃສ່​ເຖິງ​ຕະຫລາດ ຫວຽດນາມ ​ແລະ ພວມ​ມີ​​ແຜນການລົງທຶນ​ເຂົ້າ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດການ​ເດີນ​ທະ​ເລ, ສິນ​ໃນ​ນ້ຳ…

 

 

 

 

ຂ່າວ/ບົດ​ອື່ນ