ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຄວາມປອດໄພດ້ານອາຫານໄລຍະ 2011 – 2016

(VOVWORLD) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3, ວັນທີ 05 ມີຖຸນາ ສະພາແຫ່ງຊາດສະຫງວນເວລາໝົດມື້ ເພື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຄວາມປອດໄພດ້ານອາຫານນໄລຍະ 2011 – 2016
ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຄວາມປອດໄພດ້ານອາຫານໄລຍະ 2011 – 2016 - ảnh 1 (ພາບປະກອບ)

ລາຍງານຂອງຄະນະປະຈຳການສະພາແຫ່ງຊາດກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຄວາມປອດໄພດ້ານອາຫານໄລຍະ 2011 – 2016 ໃຫ້ເຫັນວ່າ: ໃນໄລຍະ 2011 – 2016, ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນມີຄວາມມານະພະຍາຍາມຫລາຍຢ່າງ ເພື່ອປະກາດໃຊ້ເອກະສານນິຕິກຳຫລາຍສະບັບ, ສ້າງກອບກົດໝາຍສະດວກໃຫ້ແກ່ວຽກງານຄຸ້ມຄອງຄວາມປອດໄພດ້ານອາຫານ. ຄະນະປະຈຳການສະພາແຫ່ງຊາດສະເໜີສະພາແຫ່ງຊາດກວດກາ, ສຳເລັດກົນໄກ, ນະໂຍບາຍກ່ຽວກັບການຮ່ວມສຳພັນລະບົບຕອບສະໜອງອາຫານປອດສານພິດ, ນະໂຍບາຍສົ່ງເສີມການພັດທະນາເຕັກໂນໂລຊີຜະລິດປຸງແຕ່ງຜະລິດຕະພັນກະເສດຕາມທິດເພີ່ມມູນຄ່າ.

ຕອບກັບ

ຂ່າວ/ບົດ​ອື່ນ