ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ)

(VOVWORLD) -ຕອນເຊົ້າວັນທີ 21 ພຶດສະພາ, ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍດັ່ງກ່າວ.
 
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) - ảnh 1

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ)

(ພາບ: quochoi.vn)

ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ແມ່ນຮ່າງກົດໝາຍສຳຄັນ ກ່ຽວຂ້ອງ ເຖິງປະຊາຊົນໂດຍກົງ, ສະນັ້ນໄດ້ຮັບຄວາມເອົາໃຈໃສ່, ຕິດຕາມຢ່າງໃກ້ຊິດຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ຮ່າງກົດໝາຍເຊິ່ງສະພາແຫ່ງຊາດປຶກສາຫາລືທີ່ກອງປະຊຸມສະໄໝສາມັນ 2 ເທື່ອ (ເທື່ອທີ 5 ແລະ ເທື່ອທີ 6); ລັດຖະບານໄດ້ຈັດຕັ້ງການຮັບເອົາຄຳເຫັນປະກອບຂອງປະຊາຊົນຢ່າງກວ້າງຂວາງ. ຮ່າງກົດໝາຍຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາລວມມີ 10 ພາກ, 119 ມາດຕາ, ໃນນັ້ນມີບາງເນື້ອໃນພື້ນຖານໄດ້ຮັບການຮັບເອົາ, ປັບປຸງຄື: ຂໍ້ກຳນົດກ່ຽວກັບການສ້າງສຳເລັດລະບົບສຶກສາຕາມທິດເປີດ; ບັນດາຂໍ້ກຳນົດກ່ຽວຂ້ອງເຖິງຄູອາຈານ, ນັກຮຽນ; ບັນຫາການລົງທຶນ, ການເງິນໃນການສຶກສາ; ການຄຸ້ມຄອງຂອງຮາກຖານການສຶກສາ; ການຄຸ້ມຄອງຂອງລັດກ່ຽວກັບການສຶກສາ…

        ໃນວາລະປະຊຸມຕອນບ່າຍ, ສະພາແຫ່ງຊາດຮັບຟັງກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຟານຊວນຢຸງ, ສະເໜີບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍສະຖາປັດຕະຍາກຳ ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ