(ພາບປະກອບ)
(vovworld) – ໂດຍສືບຕໍ່ວາລະປະຊຸມຄັ້ງທີ 17, ຕອນເຊົ້າວັນທີ 16/04, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລື, ໃຫ້ຄຳຄິດຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ (ສະບັບປັບປຸງ). ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ເປັນປະທານກອງປະຊຸມ. ຮ່າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ (ສະບັບປັບປຸງ) ເຊິ່ງລວມມື 5 ໝວດ ແລະ 34 ມາດຕາ ດ້ວຍບັນດາມາດຕາ, ຊຶ່ງກຳນົດການສືບທອດຈາກກົດໝາຍປະຈຸບັນ ແລະ ໄດ້ຮັບການຊັບຊ້ອນເປັນລຳດັບຄືນ ເພື່ອຮັບປະກັນລັກສະນະໂລຊິກ, ສົມເຫດສົມຜົນຂອງເນື້ອໃນການກຳນົດ ກໍຄືຄວາມຮຽກຮ້ອງຕ້ອງການດ້ານນິຕິບັນຍັດ, ຮັບປະກັນ, ທັດສະນະ ແລະ ຈຸດໝາຍຂອງການປັບປຸງກົດໝາຍ. ທ່ານນາງ ຫງວຽນກິມທວາ, ຫົວໜ້າກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ຖືວ່າ. ຕ້ອງເຮັດໃຫ້ຈະແຈ້ງດ້ານທາດແທ້ຂອງການຕິດຕາມກວດກາທີ່ມີລັກສະນະປະຊາຊົນຂອງແນວໂຮມປະເທດຊາດ, ທ່ານກ່າວວ່າ.
“ປະຈຸບັນ, ພວກເຮົາມີການຕິດຕາມກວດກາສິດອຳນາດຂອງອົງການສຳນັກງານໂດຍປະຊາຊົນເລືອກຕັ້ງ, ຕິດຕາມກວດກາສິດອຳນາດການເມືອງຂອງບັນດາອົງການພັກ, ສ່ວນການຕິດຕາມກວດກາຂອງແນວໂຮມປະເທດຊາດ ແມ່ນມີລັກສະນະປະຊາຊົນ. ນັ້ນແມ່ນທາດແທ້ຂອງການຕິດຕາມກວດກາຂອງແນວໂຮມປະເທດຊາດ ແລະ ສິ່ງດັ່ງກ່າວກໍ່ເໝາະສົມກັບທີ່ຕັ້ງບົດບາດຂອງແນວໂຮມປະເທດຊາດ ເຊິ່ງໄດ້ລະບຸກຳນົດໃນລັດຖະທຳມະນູນ ແລະ ກົດໝາຍ ແມ່ນບ່ອນທີ່ລວບລວມຄຳຄິດຄຳເຫັນ, ຂໍ້ສະເໜີແນະຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ.”
ແລະກໍໃນຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ວາລະປະຊຸມ, ໃຫ້ຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບບາງມາດຕະການແກ້ໄຂດ້ານອາກອນ ເພື່ອແນໃສ່ໜູນຊ່ວຍການຜະລິດ, ດຳເນີນທຸລະກິດ ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍ ສະບັບປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ.