ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍທະນາຍຄວາມ ວັນອັງຄານ ທີ 23 ຕຸລາ ຄ.ສ. 2012 | 15:05:00 (ພາບ:thanhnien.com.vn) (VOV)- ຕອນເຊົ້າວັນທີ 23/10, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທະນາຍຄວາມ. ພາຍຫຼັງໄດ້ປະຕິບັດມາເປັນເວລາ 5 ປີ, ກົດໝາຍວ່າດ້ວຍທະນາຍຄວາມໄດ້ເຂົ້າສູ່ຊີວິດຢ່າງແທ້ຈິງ ແລະ ນຳມາເຊິ່ງໝາກຜົນຫຼາຍຢ່າງ, ມີບັນດາຂໍ້ກຳນົດສອດຄ່ອງກັບທຳນຽມການດຳເນີນອາຊີບທະນາຍຄວາມສາກົນ. ແຕ່ເຖິງຢ່າງໃດກໍ່ຕາມ, ຈຳນວນທະນາຍຄວາມໃນປະຈຸບັນບໍ່ທັນຕອບສະໜອງຄວາມຕ້ອງການນັບມື້ນັບສູງຂຶ້ນຂອງສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານຕຸລາການເທື່ອ. ເພື່ອຍົກສູງຄຸນນະພາບທະນາຍຄວາມ, ບາງຂໍ້ກຳນົດໄດ້ຮັບການສະເໜີປັບປຸງໃນຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທະນາຍຄວາມ. ທ່ານ Bui Manh Hung ສະມາຊິກສະພາແຫ່ງຊາດແຂວງ Binh Phuoc ເຫັນດີຕໍ່ເລື່ອງຮັບອະນຸຍາດໃຫ້ດຳລັດຖະກອນເຂົ້າຮ່ວມການສິດສອນຢູ່ບັນດາມະຫາວິທະຍາໄລກົດໝາຍໄດ້ເນີນອາຊີບທະນາຍຄວາມ: “ບັນດາຄູອາຈານຢູ່ມະຫາວິທະຍາໄລຕ່າງໆແມ່ນຜູ້ທີ່ເກັ່ງ, ຖ້າບໍ່ອະນຸຍາດໃຫ້ແຫຼ່ງກຳລັງນີ້ດຳເນີນອາຊີບທະນາຍຄວາມແມ່ນຈະເສຍພູມປັນຍາລ້າໆໃນການເຄື່ອນໄຫວດຳເນີນຄະດີ. ດ້ານອື່ນອີກ, ການກີດຂວາງນີ້ກໍ່ຈະຈຳກັດ ແລະ ບໍ່ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ພາກທິດສະດີຕິດພັນພຶດຕິກຳຕົວຈິງໃນວຽກງານສິດສອນຢູ່ບັນດາມະຫາວິທະຍາໄລກົດໝາຍ ແລະ ສົ່ງຜົນສະທ້ອນໂດຍກົງເຖິງວຽກງານບຳລຸງສ້າງທະນາຍຄວາມ“ Tag ປຶກສາຫາລື ທະນາຍຄວາມ ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ