ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍ 2 ສະບັບ
ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍ
(ພາບ: hanoimoi.com.vn)
(vovworld) – ຕອນບ່າຍ 13/11, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບກົດໝາຍວ່າດ້ວຍສັດຕະວະແພດ ແລະ ຮ່າງກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະ. ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະ, ມີສະມາຊິກສະພາແຫ່ງຊາດບາງທ່ານຖືວ່າ ຕ້ອງປ່ຽນໃໝ່່ຊື່ເອີ້ນຂອງກົດໝາຍເປັນ “ກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ” ເພື່ອຮັບປະກັນຄວາມເປັນເອກະພາບໃນການຕັ້ງຊື່ສຳລັບກົດໝາຍທະເລຫວຽດນາມ, ພ້ອມທັງເພີ່ມເຕີມບັນດາພາກສ່ວນອື່ນບົນທະເລຄື: ຫີນ, ຫາດດອນຫີນ ແລະ ບັນດາໂຄງສ້າງທໍລະນີອື່ນໆທີ່ຂຶ້ນກັບສິດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ເຂົ້າໃນຂອບເຂດປັບປຸງຂອງຮ່າງກົດໝາຍ. ກ່ຽວກັນກົດໝາຍວ່າດ້ວຍສັດຕະວະແພດ, ມີສະມາຊິກສະພາແຫ່ງຊາດບາງທ່ານໄດ້ຍົກໃຫ້ຄຳເຫັນກ່ຽວກັບສິດປະກາດພະຍາດຂອງສັດບົກ ແລະ ຖືວ່າ ຕ້ອງຮັກສາໄວ້ບັນດາຂໍ້ກຳນົດຂອງລັດຖະບັນຍັດສັດຕະວະແພດ ທີ່ພວມປະກາດໃຊ້.
ໃນຕອນເຊົ້າວັນທີ 13/11, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ). ເຫັນດີກັບການປັບປຸງກົດໝາຍ, ບັນດາສະມາຊິກສະພາແຫ່ງຊາດໄຈ້ແຍກວ່າ: ພາຍຫຼັງປະກາດໃຊ້ເປັນເວລາ 8 ປີ, ປະມວນກົດໝາຍແພ່ງໄດ້ມີການກະທົບຢ່າງຕັ້ງໜ້າເຖິງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ກໍ່ຄືການປັບປຸງລະບົບກົດໝາຍ… ແຕ່ວ່າ, ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຕໍ່ໜ້າຄວາມຮຽກຮ້ອງຫັນແນວທາງ, ແຜນນະໂຍບາຍຂອງພັກເປັນລະບອບກົດໝາຍ ແລະ ພິເສດແມ່ນຄວາມຮຽກຮ້ອງປົກປ້ອງສິດຂອງມະນຸດ, ສິດຂອງພົນລະເມືອງ ແລະ ປັບປຸງລະບອບເສດຖະກິດການຕະຫຼາດ ຕາມທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນ. ປະມວນກົດໝາຍແພ່ງ ພວມປະກາດໃຊ້ໄດ້ສະແດງໃຫ້ເຫັນຂໍ້ຈຳກັດ, ຕິດຂັດ. ສະນັ້ນ, ໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງປະສິດທິພາບ ແລະ ປະສິດທິຜົນຂອງປະມວນກົດໝາຍແພ່ງ ເວົ້າສະເພາະ, ກົດໝາຍພົນລະເຮືອນເວົ້າລວມ; ຍັງບໍ່ທັນສ້າງສະພາບແວດລ້ອມນິຕິກຳທີ່ສະດວກໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງປະເທດຊາດ ກໍ່ຄືໃຫ້ແກ່ການຮັບຮອງ, ເຄົາລົບ, ປົກປ້ອງ ແລະ ຮັບປະກັນບັນດາສິດພົນລະເຮືອນຂອງປະຊາຊົນ.