ສະພາແຫ່ງຊາດປຶກສາຫາລືສະພາບເສດຖະກິດ,ສັງຄົມ
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ)
(vovworld) - ຕອນເຊົ້າວັນທີ 29/07, ສະພາແຫ່ງຊາດໄດ້ຈັດວາລະປະຊຸມຄົບຄະນະຢູ່ຫໍປະຊຸມເພື່ອຮັບຟັງບົດລາຍງານ ແລະ ປຶກສາຫາລືກ່ຽວກັບສະພາບການປະຕີບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນ 6 ເດືອນຕົ້ນປີ 2016, ບັນດາມາດຕະການແກ້ໄຂປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດ 6 ເດືອນທ້າຍປີ 2016.
ໃນຕອນເຊົ້າວັນທີ 29/07, ດ້ວຍຄຳເຫັນດີເຫັນພ້ອມເປັນສ່ວນຫຼາຍ, ສະພາແຫ່ງຊາດໄດ້ລົງຄະແນນສຽງຕິຮັບຮັບຮອງເອົາມະຕິໃຫ້ສັດຕະຍາຕໍ່ບົດສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2014. ລາຍງານສະພາບການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງໃນ 6 ເດືອນຕົ້ນປີ 2016, ບັນດາມາດຕະການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດໃນ 6 ເດືອນທ້າຍປີ 2016, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ໃນ 6 ເດືອນຕົ້ນປີ, ລະດັບເຕີບໂຕ GDP ບັນລຸໄດ້ 5,52%, ຕ່ຳກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍແມ່ນ 0,8%.
ປຶກສາຫາລືທີ່ຫໍປະຊຸມ, ມີສະມາຊິກສະພາແຫ່ງຊາດບາງທ່ານ ໄດ້ສະເໜີຄວນເຮັດແຈ້ງສະພາບ, ຊີ້ອອກສາຍເຫດ ແລະ ສະເໜີມາດຕະການແກ້ໄຂ ເພື່ອອາດສາມາດບັນລຸໄດ້ບັນດາຄາດໝາຍເຕີບໂຕດ້ານເສດຖະກິດໃນປີ 2016.