ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍບາງສະບັບ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍບາງສະບັບ - ảnh 1
ພາບປະກອບ

(vovworld) - ວັນ​ທີ 18/6, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ໄດ້ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະ​ສັງ​ຫະລິ​ມະ​ຊັບ (ສະບັບ​ປັບປຸງ), ພ້ອມ​ທັງລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນສ່ວນ​ລວມ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ). ນີ້​ແມ່ນ​ບັນດາ​ຮ່າງ​ກົດໝາຍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ ສສຊ ​ແລະ ຜູ້​ມີ​ສິດ​ເລືອ​ກຕັ້ງ​ຫຼາຍທີ່​ສຸດ ຍ້ອນ​ມັນສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

 ​ໃຫ້​ຄວາມ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະບັບ​ປັບປຸງ) , ທ່ານ ຫງວຽນ​ເລີມ​ແທ່ງ​ ສ.ສ.ຊ ​ແຂວງ​ຫລ້າງ​ເຊີນ ​ຖື​ວ່າ  :

    “ ການ​ພັດທະນາ​ຕະຫຼາດ​ໃຫ້​ເຊົ່າ​ເຮືອນຢູ່ ​ແມ່ນ​ໄດ້​ແກ້​ໄຂ​ດ້ານ​ຈິດຕະກ່ຽວ​ກັບ​ການ​ຄອບ​ງຳ​ຍ້ອນ​ເຮືອນ​ຢູ່, ປະກອບ​ສ່ວນ​ດັດ​ປັບ​ຕະຫຼາດ​ແຮງ​ງານ​ລະຫວ່າງ​ເຂດ​ຕ່າງໆ, ​ເພີ່ມ​ລັກສະນະ​ສະດຸ້ງ​ໄວ​ຂອງ​ບັນດາ​ຕະຫຼາດ​ແຮງ​ງານ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ບັນດາ​ເຂດ​ຮັບ​ບຸລິມະສິດ. ທີ 3, ພັດທະນາ​ຕະຫຼາດ​​ໃຫ້​ເຊົ່າເຮືອນ​ຢູ່ ກໍ​ເປັນ​ການ​ປະກອບສ່ວນ​ປົດ​ປ່ອຍ​ແຫຼ່ງທຶນ​ຊຶ່ງ​ບັນດາ​ສວ່ນບຸກຄົນ, ຄອບຄົວ​ຕ້ອງ​ຈາ​ຍ​ໃຫ້​ຕະຫຼາດ​ອະສັງຫາລິມະ​ຊັບ, ຫັນ​ມາສູ່​ຂົງ​ເຂດ​ລົງທຶນ​ອື່ນ ຫຼື​ກະ​ຕຸ້ນ​ຄວາມ​ຕ້ອງການ​ອຸປະ​ໂພ​ກ​ໃນ​ສັງຄົມ”

   


ຂ່າວ/ບົດ​ອື່ນ