ສະພາແຫ່ງຊາດປຶກສາຫາລືໂຄງການສ້າງກົດໝາຍ, ລັດຖະບັນຍັດ 2016
ສະມາຊິກສະພາແຫ່ງຊາດ ໄດ້ປືກສາຫາລືຢູ່ຕາມໜ່ວຍ
(ພາບປະກອບ)
(vovworld) – ໂດຍສືບຕໍ່ການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 13, ຕອນເຊົ້າວັນທີ 22/05, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປືກສາຫາລືຢູ່ຕາມໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ. ຮ່າງກົດໝາຍເພີ່ມເຕີມບາງຂໍ້ກຳນົດ ເພື່ອແນໃສ່ຍົກສູງຜົນສັກສິດ, ປະສິດທິຜົນການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນ. ຮ່າງກົດໝາຍເພີ່ມເຕີມຂໍ້ກຳນົດມີລັກສະນະຫຼັກການກ່ຽວກັບຜົນສັກສິດ, ປະສິດທິຜົນການເຄື່ອນໄຫວຕິດຕາມກວດກາຂອງອົງການສິດອຳນາດແຫ່ງລັດ.
ຜ່ານການປຶກສາຫລື, ມີຫຼາຍຄຳເຫັນໄດ້ເຫັນດີກັບຄວາມຈຳເປັນຕ້ອງສ້າງຕັ້ງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ເພື່ອຫັນບັນດາຂໍ້ກຳນົດໃນລັດຖະທຳມະນູນເປັນລະບົບກົດໝາຍ. ມີບາງຄຳເຫັນໄດ້ສະເໜີຍົກເລີກຂໍ້ກຳນົດກ່ຽວກັບເປົ້າໝາຍຢູ່ໃຕ້ການຄວບຄຸມ ມີສິດປະຕິເສດໃຫ້ຄຳຕອບ, ສະໜອງຂໍ້ມູນລັບຂອງລັດ ຕາມຂໍ້ກຳນົດຂອງກົດໝາຍ, ພ້ອມທັງເພີ່ມເຕີມຂໍ້ກຳນົດອົງການຈັດຕັ້ງ, ສ່ວນບຸກຄົນມີໜ້າທີ່ຮັກສາຄວາມລັບຂອງລັດຕາມຂໍ້ກຳນົດຂອງກົດໝາຍ. ແລະກໍ່ໃນຕອນເຊົ້າວັນທີ 22/05, ບັນດາສະມາຊິກສະພາແຫ່ງຊາດໄດ້ເຮັດວຽກຢູ່ຕາມໜ່ວຍກ່ຽວກັບ: ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດຂອງສະພາແຫ່ງຊາດປີ 2016, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດຊຸດທີ 13 ແລະ ປີ 2015; ມາດຕາ 60 ຂອງກົດໝາຍວ່າດ້ວຍການປະກັນສັງຄົມປີ 2014.
ໃນຕອນບ່າຍ, ບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳ.