ສະພາແຫ່ງຊາດປຶກສາ ຫາລືກ່ຽວກັບແຜນ ງົບປະມານແຫ່ງລັດປີ 2013
(ພາບ:na.gov.vn )
(vovworld)- ເມື່ອປຶກສາຫາລືກ່ຽວກັບການປະຕິບັດແຜນງົບປະມານແຫ່ງລັດປີ 2013, ແຜນງົບປະມານແຫ່ງລັດ ແລະ ບັນດາວິທິການຈັດແບ່ງງົບປະມານສູນກາງປີ 2014, ບັນດາ ສສຊ ລ້ວນແຕ່ເຫັນດີເປັນເອກະສັນນຳກັນກັບບົດລາຍງານຂອງລັດຖະບານ ແລະ ບັນດາມາດຕະການປະຕິບັດລາຍຮັບ ລາຍຈ່າຍງົບປະມານແຫ່ງລັດປີ 2013, ແຜນງົບປະມານປີ 2014. ທ່ານຫງວຽນຫິ້ວດຶກ ສສຊ ແຂວງບິ່ງດິ້ງ ສະເໜີຄຳເຫັນວ່າ:
“ການບໍລິຫານງົບປະມານຕ້ອງລະມັດລະວັງ, ຕ້ອງເອົໃຈໃສ່ເຖິງລາຍຮັບພາຍໃນໃນເງື່ອນໄຂເສດຖະກິດປະສົບກັບຄວາມຫຍຸ້ງຍາກ. ສຳລັບລາຍຈ່າຍງົບປະມານ, ທິດທາງລວມແມ່ນຊັບຊ້ອນຄືນໃໝ່ເພືອ່ຮັບປະກັນລາຍຈ່າຍໃຫ້ສະຫວັດດີການສັງຄົມ, ຮັບປະກັນຊີວິດສັງຄົມ ແລະ ມະນຸດ“.
ສສຊ ສ່ວນຫຼາຍລ້ວນແຕ່ເຫັນດີເປັນເອກະສັນນຳກັນກັບຂໍ້ສະເໜີຂອງລັດຖະບານໃນການຈຳໜ່າຍເພີ່ມເຕີມພັນທະບັດລັດຖະບານໄລຍະ 2014-2016 ຈຳນວນ 170.000 ຕື້ດົ່ງ ແລະ ວິທິການຈັດແບ່ງທຶນພັນທະບັດລັດຖະບານ. ທ່ານກາວຊິກຽມ ສສຊ ແຂວງທາຍບິ່ງ ຖືວ່າ:
“ກ່ຽວກັບພັນທະບັດລັດຖະບານ, ຂ້າພະເຈົ້າເຫັນດີກັບບັນດາເນື້ອໃນໂດຍລັດຖະບານຍົກອອກມາ ນັ້ນແມ່ນສຸມໃສ່ເຂດພູດອຍ, ເຂດປະສົບກັບຄວາມຫຍູ້ງຍາກ ແຕ່ຕ້ອງລົງທຶນເຂົ້າບັນດາເຂດ, ຂົງເຂດສາມາດເສີມຂະຫຍາຍປະສິດທິຜົນໃນທັນທີ່ໄດ້, ມີການຂະຫຍາຍອອກສູ່ລວງກ້ວາງຄື: ບັນຫາກໍ່ສ້າງຊົນນະບົດໃໝ່, ສາທາລະນະສຸກ, ນ້ຳປະປາ, ຄົມມະນາຄົມ…“.