(ພາບ: kinhtenongthon.com.vn)
(vovworld)- ດ້ວຍ ສສຊ ກ່ວາ 95% ໄດ້ເຫັນດີເຫັນພ້ອມນັ້ນ, ຕອນເຊົ້າວັນທີ 10/6, ກອງປະຊຸມສະໄໝສາມັນເທື່ອທີ 5 ສະເພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ຮັບຮອງເອົາບັນຊີລາຍຊື່ລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະບາບັນ ຊື່ງໃນນັ້ນມີຕຳແໜ່ງປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ.
ກ່ອນໜ້ານັ້ນ, ເມື່ອລາຍງານບາງບັນຫາກ່ຽວກັບການຜັນຂະຫຍາຍການປະຕິບັດມະຕິເລກທີ 35 ກ່ຽວກັບການລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະບາບັນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໃຫ້ຮູ້ວ່າ: ນີ້ເປັນຄັ້ງທຳອິດທີ່ສະພາແຫ່ງຊາດໃຊ້ສິດຕິດຕາມກວດກາສູງສຸດຂອງຕົນສຳລັບບັນຫາບຸກຄະລາກອນ. ສະພາແຫ່ງຊາດຈະຊັ່ງຊາຢ່າງລະມັດລະວັງ, ພາວະວິໄສໃນການຕີລາຄາແຕ່ລະຕຳແໜ່ງ, ຕາມບັນດາຂໍ້ອ້າງອີງລະອຽດ. ທ່ານສະແດງຄວາມເຊື່ອໝັ້ນວ່າສະພາແຫ່ງຊາດຈະປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຕໍ່ພັກ, ລັດ ແລະ ພິເສດແມ່ນຜູ້ມີສິດເລືອກຕັ້ງ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ:
“ແນ່ນອນວ່າພວກເຮົາຕ້ອງປະຕິບັດຄວາມຮັບຜິດຊອບຂອງຕົນຕໍ່ປະຊາຊົນ, ພັກ, ລັດ ໃຫ້ເປັນຢ່າງດີ. ການປ່ອນບັດໄວ້ວາງໃຈມີ 4 ຂັ້ນຕອນຄື: ທີໜຶ່ງແມ່ນສະພາແຫ່ງຊາດຈະປ່ອນບັດເພື່ອປິດບັນຊີລາຍຊື່ຂອງບັນດາຕຳແໜ່ງໄດ້ຮັບການລົງຄະແນນສຽງໄວ້ວາງໃຈ. ທີສອງແມ່ນປຶກສາຫາລືໃນຄະນະ ສສຊ ເພື່ອຕີລາຄາໃຫ້ຂໍ້ສັງເກດກ່ຽວກັບການລົງຄະແນນສຽງ. ທີສາມແມ່ນ, ຄະນະປະຈຳສະພາແຫ່ງຊາດຈະອະພິປາຍບົດລາຍງານປຶກສາຫາລືຢູ່ຄະນະ ສສຊ ຕໍ່ສະພາແຫ່ງຊາດ, ຫຼັງຈາກນັ້ນ, ສະພາແຫ່ງຊາດຈະດຳເນີນການປ່ອນບັດໄວ້ວາງໃຈ. ໃນຕອນເຊົ້າວັນທີ 11/6, ສະພາແຫ່ງຊາດຈະປະກາດໝາກຜົນການປ່ອນບັດ ແລະ ຮັບຮອງເອົາມະຕິການລົງຄະແນນສຽງໄວ້ວາງໃຈ. ມະຕິນີ້ຈະຖືກປະກາດຕໍ່ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຢ່າງເປີດເຜີຍ”.
ການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງ ໂດຍສະພາແຫ່ງຊາດເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ ໄດ້ດຳເນີນໃນຕອນບ່າຍວັນທີ 10/6. ກ່າວຄວາມເຫັນອະພິປາຍຕື່ມກ່ຽວກັບບາງເນື້ອໃນກ່ອນທີ່ຈະປ່ອນບັດໄວ້ວາງໃຈ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ໃຫ້ຮູ້ວ່າ:
“ສະມາຊິກສະພາແຫ່ງຊາດຈະອີງໃສ່ຂໍ້ມູນຂ່າວໃນບົດລາຍງານກ່ຽວກັບການໝາກຜົນແຫ່ງຄວາມຮັບຜິດຊອບໜ້າທີ່ວຽກງານ ແລະ ຄູນສົມບັດ, ແບບແຜນດຳລົງຊີວິດຂອງຜູ້ທີ່ໄດ້ຮັບການລົງຄະແນນສຽງໄວ້ວາງໃຈ; ບົດລາຍງານສະພາບການເສດຖະກິດສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດໃນໄລຍະຜ່ານມາ ກໍ່ຄືບົດລາຍງານຕ່າງໆຂອງຄະນະປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ບົດລາຍງານກ່ຽວກັບວຽກງານຂອງປະທານປະເທດ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ຜ່ານການເຄື່ອນໄຫວຕິດຕາມກວດກາ, ການພົບປະກັບຜູ້ມີສິດເລືອກຕັ້ງ ແລະ ບັນດາສະມາຊິກສະພາແຫ່ງຊາດ, ແຕ່ສຳຄັນກວ່າໝູ່ ແມ່ນຜ່ານການພິຈາລະນາ, ຕີລາຄາບົນຈິດໃຈເຫັນແກ່ຜົນປະໂຫຍດສ່ວນລວມ, ພາວະວິໄສ ຂອງບັນດາສະມາຊິກສະພາແຫ່ງຊາດ“