ສະພາແຫ່ງຊາດສຸມໃສ່ວຽກງານສ້າງກົດໝາຍ

ສະພາແຫ່ງຊາດສຸມໃສ່ວຽກງານສ້າງກົດໝາຍ - ảnh 1
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 13
(ພາບ: baogiaothong)

(vovworld) – ​ ​ ​ຕອ​ນ​ບ່າຍ​ວັນ​ທີ 1/6, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ ຖິ່ນ. ນີ້​ແມ່ນ​ໂຄງ​ການ​ສຳ​ຄັນ ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຫລາຍ​ເປັນ​ຈຳ​ນວນ​ຫລາຍ. ຮ່າງ​ກົດ​ໝາຍ​ຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໄດ້​ຮັບ​ການ​ສ້າງ​ຂຶ້ນ ເພື່ອ​ຮ​ັບ​ປະ​ກັນ​ໃຫ້​ອຳ​ນ​າດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ເຄື່ອນ​ໄຫວ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ມີ​ຜົນ​ສັກ​ສິດ, ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ໃນ​ການ​ສ້າງ ແລະ ຕິດ​ຕາມກວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ.  ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດສ່ວນ​ຫລາຍ​ເປັນ​ເອ​ກະ​ພາບຕໍ່​ຫລາຍ​ເນື້ອ​ໃນ​ທີ່​ລະ ​ບຸໄວ້​ໃນ​ຮ່າງ​ກົດ​ໝາຍ ແຕ່​ສຳ​ລັບ​ຂອບ​ເຂດ​​ປັບປຸງ ແລະ ຈັດ​ແບ່ງ​ຫນ້າ​ທີ່, ສິດ​ອຳ​ນາດ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ຍັງ​ມີ​ຫລາຍ​ຄຳ​ເຫັນ ​ແຕກ​ຕ່າງ​ກັນ. ກ່ຽວ​ກັບ​ຂອບ​ເຂດ​ປັບ​ປຸງ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສະ​ເຫນີ ຄວນ​ກຳ​ນົດ​​ຫົວ​ຫນ່ວຍ​ບໍ​ລິ​ຫານ - ເສດ​ຖະ​ກິດ​ພິ​ເສດ​ໃຫ້ຈະ​ແຈ້ງກວ່າ​ເກົ່າ​.
  ກ່ອນ​ຫນ້ານັ້ນ ຕອນ​ເຊົ້າ​ວັນ​ທີວັນ​ທີ 1/6,  ຢູ່​ຫໍ​ປະຊຸມ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານອະພິປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ (ສະບັບ​ປັບປຸງ) ​ແລະ ປຶກສາ​ຫາລື​​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ນີ້. ຕອນ​ບ່າຍ​ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ບົດ​ລາຍ​ງານອະພິປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອຳ​ນາດການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ປຶກສາ​ຫາລື​​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ນີ້.

        ​ໃນສັບປະດາ​ນີ້, ສະພາ​ແຫ່ງ​ຊາດ​ຈະສະຫງວນ​ເວລາ​ສ່ວນ​ຫຼາຍ​ໃຫ້​ວຽກ​ງານ​ສ້າງ​ກົດໝາຍ. ບັນດາ​ຮ່າງ​ກົດໝາຍຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ປະກອບ​ຄວາມ​ເຫັນ​ລວມມີ: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອົງການ​ສືບສວນ​ຄະດີ​ອາຍາ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຈັບ​ຕົວ, ກັກ​ຂັງ​ຊົ່ວຄາວ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະບັບ​ປັບປຸງ, ​ເພີ່​ມເຕີ​ມບາງ​ມາດຕາ​ຂອງ​ປະມວນ​ກົດໝາຍ​​ເດີນ​ທະ​ເລ​ຂອງຫວຽດນາມ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານສື່ສານ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສະຕິ​ຖິ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ດຳ​ເນີນຄະດີ​ບໍລິຫານ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ