(vovworld) - ຕອນເຊົ້າວັນທີ 22/10, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປຶກສາຫາລືຢູ່ໜ່ວຍ ກ່ຽວກັບໝາກຜົນແຫ່ງການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມປີ 2016, ແຜນການປີ 2017; ປຶກສາຫາລືແຜນຮ່າງສ້າງໂຄງປະກອບເສດຖະກິດໄລຍະ 2016-2020. ຕີລາຄາລວມຂອງ ສສຊ ຫຼາຍທ່ານຖືວ່າ, ປີ 2016, ລັດຖະບານໄດ້ມີຄວາມມານະພະຍາຍາມຫຼາຍທີ່ສຸດໃນການຄຸ້ມຄອງ, ບໍລິຫານ, ແກ້ໄຂຄວາມຫຍຸ້ງຍາກ, ຊອກຫາມາດຕະການເພື່ອພັດທະນາໃນສະພາບເສດຖະກິດທົ່ວໂລກຍັງປະສົບກັບຄວາມຫຍຸ້ງຍາກ, ເສດຖະກິດ, ສັງຄົມ ແລະ ສະພາບ ແວດລ້ອມພາຍໃນປະເທດປະສົບກັບການທ້າທາຍໃຫຍ່ຫຼາຍຢ່າງ. ບັນດາ ສສຊ ກໍ່ເຫັນດີເຫັນພ້ອມກັບທິດທາງ, ແນວຄວາມຄິດໃນການບໍລິຫານຂອງລັດຖະບານໄລຍະຈະມາເຖິງ, ພ້ອມທັງສະເໜີບາງໜ້າທີ່ຈຸດສຸມ. ທ່ານ ດິງຕ໋ຽນຢຸງ, ລັດຖະມົນຕີກະຊວງການເງິນ, ສສຊ ແຂວງ ນິງບິ່ງ, ຖືວ່າໃນສອງເດືອນທ້າຍປີ ເພື່ອບັນລຸໄດ້ຄາດໝາຍພັດທະນາເສດຖະກິດ - ສັງຄົມ, ລັດຖະບານຄວນສຸມໃສ່ແກ້ໄຂບັນດາບັນຫານີ້:
“ສຸມໃສ່ປ່ອຍເງິນກໍ່ສ້າງພື້ນຖານ. ພ້ອມນັ້ນແມ່ນສືບຕໍ່ຍູ້ແຮງການຊອກຫາຕະຫຼາດສົ່ງອອກ, ທີສາມແມ່ນຄວບຄຸມສິນຄ້າປອມ, ສິນຄ້າບໍມີຄຸນນະພາບ ແລະ ຕ້ານການຄ້າເຖື່ອນ, ການສໍ້ໂກງດ້ານການຄ້າ. ທີສີ່ແມ່ນປະຕິບັດກົດລະບຽບວິໃນດ້ານການເງິນຢ່າງເຂັ້ມງວດ.“
ທ່ານ ຫງວຽນດຶກກຽນ ສສຊ ແຂວງຊອກຈັງ, ມີຄວາມເຫັນວ່າ:
“ລັດຖະບານຕ້ອງເຮັດແນວໃດເພື່ອຫັນລັດວິສາຫະກິດເປັນຫຸ້ນສ່ວນໂດຍໄວ ເພື່ອຖອນເງິນອອກ. ນອກນັ້ນຕ້ອງປະຕິບັດສຳເລັດ 3 ຂົງເຂດສ້າງໂຄງປະກອບ ເຊິ່ງກອງປະຊຸມສູນກາງທີ 4 ຊຸດທີ 11 ແລະ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ເຕື້ອງເຖິງ ໂດຍໄວ. ເຮັດໄດ້ຄືແນວນັ້ນພວກເຮົາຈຶ່ງເຊື່ອມໂຍງທາງດ້ານເສດຖະກິດເຂົ້າກັບສາກົນໄດ້ດີ.“
ແລະກໍ່ໃນຕອນເຊົ້າມື້ນີ້, ບັນດາ ສສຊ ກໍ່ປຶກສາຫາລືກ່ຽວກັບແຜນຮ່າງສ້າງໂຄງປະກອບພື້ນຖານເສດຖະກິດໄລຍະ 2016-2020. ຕີລາຄາກ່ຽວກັບແຜນຮ່າງນີ້, ທ່ານ ເຈິ່ນຮ່ວາງເງິນ, ສສຊ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ຄຽງຂ້າງການສ້າງໂຄງປະກອບການລົງທຶນພາກລັດ, ການສ້າງໂຄງປະກອບບັນດາອົງການສິນເຊື່ອ, ບັນດາກຸ່ມບໍລິສັດເສດຖະກິດລັດວິສາຫະກິດ, ພວກເຮົາຍັງສ້າງໂຄງປະກອບທະນາຄານແຫ່ງລັດອີກ. ສິ່ງດັ່ງກ່າວເພື່ອແນໃສ່ຍົກສູງປະສິດທິຜົນຂອງການນຳໃຊ້ທຶນ, ນຳໃຊ້ພາສີອາກອນຂອງປະຊາຊົນ. ນອກນັ້ນແຜນຮ່າງຍັງລົງເລິກເລື່ອງຈັດແບ່ງແຫຼ່ງກຳລັງ, ສຸມໃສ່ບັນດາພາກພື້ນ, ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ເຮັດຄືແນວນັ້ນຈະນຳມາເຊິ່ງປະສິດທິຜົນໃຫ້ພື້ນຖານເສດຖະກິດ“.
ຕອນບ່າຍວັນທີ 22/10, ບັນດາ ສສຊ ສືບຕໍ່ປຶກສາຫາລືກ່ຽວກັບແຜນການການເງິນໄລຍະ 5 ປີ; ຄາດໝາຍ, ທິດທາງລະດົມ, ນຳໃຊ້ທຶນກູ້ຢືມ ແລະ ການຄຸ້ມຄອງໜີ້ສາທາລະນະ ໄລຍະ 2016-2020; ແຜນການລົງທຶນພາກລັດໄລຍະກາງ 2016-2020; ຜົນແຫ່ງການປະຕິບັດງົບປະມານແຫ່ງລັດປີ 2016; ແຜນຮ່າງງົບປະມານແຫ່ງລັດ ແລະ ວິທີຈັດແບ່ງງົບປະມານສູນກາງປີ 2017.