(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ແລະ
ທ່ານປະທານສະພາສູງ ກຳປູເຈຍ Samdech Say Chhum)
(vovworld) – ຕອນເຊົ້າວັນທີ 16/12, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ເປັນປະທານພິທີຕ້ອນຮັບຄະນະຜູ້ແທນສະພາສູງ ແຫ່ງລາຊະອານາຈັກ ກຳປູເຈຍ ໂດຍທ່ານ Samdech Say Chhum ປະທານສະພາສູງ ນຳໜ້າມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫລັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ທ່ານປະທານສະພາສູງ ກຳປູເຈຍ Samdech Say Chhum ໄດ້ດຳເນີນການເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບເນື້ອໃນສຳຄັນຫລາຍຢ່າງກ່ຽວກັບການຮ່ວມມືໃນຂົງເຂດສະພາແຫ່ງຊາດ ແລະ ການຮ່ວມມື 2 ຝ່າຍ. ການນຳ 2 ທ່ານເຫັນດີເປັນເອກະສັນ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສລັດຖະສະພາ. ສະພາແຫ່ງຊາດ 2 ປະເທດຍູ້ແຮງບົດບາດຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງ ທີ່ບັນລຸໄດ້ລະຫວ່າງ 2 ລັດຖະບານ, ພິເສດແມ່ນຄວາມຄືບໜ້າການຂີດຂັ້ນປັກຫລັກໝາຍຊາຍແດນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ - ການສຶກສາ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບ; ຫວຽດນາມ ສືບຕໍ່ໜູນຊ່ວຍສະພາແຫ່ງຊາດ ກຳປູເຈຍ ກ່ຽວກັບການເຕັກນິກ ແລະ ບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ພະນັກງານ. 2 ຝ່າຍຈະສືບຕໍ່ສຶກສາອົບຮົມມູນເຊື້ອຄວາມສາມັກຄີ, ມິດຕະພາບແບບພິເສດໃຫ້ປະຊາຊົນ, ພິເສດແມ່ນລຸ່ນໜຸ່ມ ຫວຽດນາມ, ກຳປູເຈຍ. 2 ຝ່າຍກໍເຫັນດີເພີ່ມທະວີການຮ່ວມມື, ແບ່ງປັນທັດສະນະກ່ຽວກັບບັນດາບັນຫາສາກົນທີ່ມີຄວາມສົນໃຈ.
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ: ຫວຽດນາມຖືເປັນສຳຄັນພິເສດການພົວພັນຮ່ວມມືມິດຕະພາບກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ ໃນນັ້ນມີ ກຳປູເຈຍ ແລະ ເຊື່ອໝັ້ນວ່າ: ການຢ້ຽມຢາມຂອງຄະນະສະພາສູງ ກຳປູເຈຍ ຈະປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ, 2 ລັດ, 2 ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ.