(ພາບປະກອບ)
(vovworld) – ວັນທີ 24/01, ຄະນະກຳມາທິການນະໂຍບາຍການຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບສະພາແຫ່ງຊາດອີຣານ ໄດ້ຖະແຫຼງວ່າ, ສະພາແຫ່ງຊາດປະເທດນີ້ໄດ້ເລີ່ມຮຽບຮຽງກົດໝາຍໃໝ່ທີ່ອະນຸຍາດໃຫ້ບັນດານັກວິທະຍາສາດດ້ານນິວເຄຼຍ ເພີ່ມທະວີການເສີມທາດ urani, ເຊິ່ງແມ່ນການກະທຳໄດ້ຮັບຖືວ່າຈະເຮັດໃຫ້ການເຈລະຈາພວມດຳເນີນໄປກັບກຸ່ມ P5+1 ສັບສົນຂຶ້ນຕື່ມ. ໂຄສົກຄະນະກຳມາທິການດັ່ງກ່າວ ທ່ານ Hossein Naghavi Hosseini ໃຫ້ຮູ້ວ່າ, ຄະນະກຳມາທິການກ່ຽວກັບບັນດາຫານິວເຄຼຍຂອງສະພາແຫ່ງຊາດອີຣານ ພວມປຶກສາຫາລືບັນດາບັນຫາດ້ານເຕັກນິກ ກໍ່ຄືລາຍລະອຽດຂອງຮ່າງກົດໝາຍດັ່ງກ່າວ. ທ່ານຊີ້ແຈ້ງວ່າ “ຮ່າງກົດໝາຍຈະອະນຸຍາດໃຫ້ລັດຖະບານສືບຕໍ່ເສີມທາດ urani, ທີ່ນຳໃຊ້ຈັກພົ້ນສູນລຸ້ນໃໝ່”.