ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບແຜນການການເງິນ5ປີ
ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາກຊຸດທີ 14
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 09/11, ດ້ວຍຈຳນວນຄະແນນສຽງເຫັນດີເປັນສ່ວນຫລາຍ ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 14 ຮັບຮອງເອົາມະຕິກ່ຽວກັບແຜນການການເງິນ 5 ປີຈະມາເຖິງແມ່ນຮັດແໜ້ນກົດລະບຽບຂໍ້ບັງຄັບ, ລະບຽບວິໄນການເງິນໄປຄຽງຄູ່ກັບການ ຍູ້ແຮງການປະຕິຮູບດ້ານບໍລິຫານ; ຫລຸດຜ່ອນຢ່າງແຮງ ແລະ ຄວບຄຸມລາຍຈ່າຍງົບປະມານເກີນດຸນ, ໜີ້ສາທາລະນະ, ໜີ້ຕ່າງປະເທດ, ຮັບປະກັນເສດຖະກິດມະຫາພາກ ແລະ ຄວາມປອດໄພດ້ານການເງິນແຫ່ງຊາດເປັນປົກກະຕິ. ບັນດາຕົວເລກຄາດໝາຍລະອຽດຂອງແຜນການການເງິນ 5 ປີຈະມາເຖິງ ແມ່ນສູ້ຊົນໃຫ້ຍອດລາຍຮັບງົບປະມານແຫ່ງລັດໄລຍະ 2016 – 2020 ບັນລຸປະມານກ່ວາ 6.800 ຕື້ດົ່ງ ເພີ່ມຂຶ້ນປະມານ 1,65 ເທົ່າເມື່ອທຽບໃສ່ໄລຍະ 5 ປີກ່ອນ. ສ້າງໂຄງປະກອບລາຍຈ່າຍງົບປະມານຕາມທິດຕັ້ງໜ້າເທື່ອລະກ້າວ, ໃນນັ້ນ ເພີ່ມອັດຕາສ່ວນລາຍຈ່າຍການລົງທຶນພັດທະນາສະເລ່ຍກວມປະມານ 25 – 26% ໃນຍອດຈຳນວນລາຍຈ່າຍງົບປະມານແຫ່ງລັດ; ຫລຸດຜ່ອນອັດຕາສ່ວນລາຍຈ່າຍເປັນປະຈຳລົງຕ່ຳກ່ວາ 64% ໃນຍອດຈຳນວນລາຍຈ່າຍງົບປະມານແຫ່ງລັດ.
ກ່ຽວກັບມາດຕະການເພື່ອຮັບປະກັນຄວາມປອດໄພໜີ້ສາທາລະນະ, ມະຕິຊີ້ແຈ້ງວ່າ: ຄວບຄຸມຢ່າງແໜ້ນແຟ້ນບັນດາລາຍຈ່າຍໜີ້ສາທາລະນະໃນເວລາກຳນົດ; ຈຳກັດການ ຮັບປະກັນຂອງລັດຖະບານຢ່າງສູງສຸດໃຫ້ບັນດາບ້ວງເງິນກູ້ຢືມໃໝ່; ຄວບຄຸມຢ່າງແໜ້ນແຟ້ນລາຍຈ່າຍງົບປະມານແຫ່ງລັດເກີນດຸນ ແລະ ໜີ້ຂອງທ້ອງຖິ່ນ; ຈັດແບ່ງແຫຼ່ງເງິນຮັບປະກັນການໃຊ້ໜີ້ໃຫ້ຄົບຖ້ວນ, ຖືກກຳນົດເວລາ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດເຮັດວຽກຕາມໜ່ວຍ, ປຶກສາຫາລືຮ່າງກົດໝາຍວ່າດ້ວຍແຜນຜັງ, ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ.