ສະພາແຫ່ງຊາດເກຼັກຈັດກອງປະຊຸມຄັ້ງທຳອິດພາຍຫຼັງການເລືອກຕັ້ງ

ສະພາແຫ່ງຊາດເກຼັກຈັດກອງປະຊຸມຄັ້ງທຳອິດພາຍຫຼັງການເລືອກຕັ້ງ - ảnh 1
ສະພາແຫ່ງຊາດເກຼັກ
(ພາບປະກອບ: AP)


(vovworld) – ວັນ​ທີ 03/10, ສະພາ​ແຫ່ງ​ຊາດ​ເກຼັກ ​ໄດ້​ຈັດ​ກອງ​ປະຊຸມ​ເປັນ​ຄັ້ງ​ທຳ​ອິດ, ພາຍຫຼັງ​ການ​ເລືອກ​ຕັ້ງ​ຄັ້ງໃຫຍ່ທົ່ວ​ປະ​ເທດ​ໃນ​ວັນ​ທີ 20/09. ໜ້າ​ທີ່​ທຳ​ອິດ​ທີ່​ວາງ​ອອກ​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ​ແມ່ນ​ປ່ອນ​ບັດ​ໃຫ້​ຮ່າ​ງກົດໝາຍ “ຮັດ​​ເຂັ້ມ​ຄັດ” ​ໃໝ່ ​ແລະ ບັນດາມາດ​ຕະການ​ປະຕິ​ຮູບ​ ​ເພື່ອ​ແລກ​ເອົາ​ບ້ວງ​ເງິນ​ກູ​້ຊວ່ຍທີ່ 3 ທີ່​ມີ​ມູນ​ຄ່າ 86 ຕື້​ເອີ​ໂລ, ​ເຊິ່ງ​ໄດ​​້ຮັບຮອງ​ເອົາ​ເມື່ອ​ລະດູ​​ຮ້ອນານ​ມາ.  ກ່າວ​ຄຳ​ເຫັນ​ຕໍ່​ສະພາ​ແຫ່ງ​ຊາດ, ທ່ານ​ນາຍົກລັດຖະມົນ​ຕີ Alexis Tsipras ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ໂຄງການ​ກູ້ຊ່ວຍ​ສາກົນ ທີ່​ສາມາດ​ຟື້ນ​ຟູ​ສິດ​ສຳ​ພັດ​ບັນດາ​ຕະຫຼາດ​ເງິນຕາ, ຢຸ​ດຕິ​ບັນດາ​ມາດ​ຕະການ​ຄວບ​ຄຸມດ້ານ​​ເງິນ​ທຶນ ພາຍ​ໃນ​ປະ​ເທດ​ຄື​ປະຈຸ​ບັນ. ​ໃນວັນ​ທີ 07/10, ລັດຖະບານ​ໃໝ່​ຂອງ​ເກຼັກ ຍັງ​ຈະ​ຕ້ອງຜ່ານ​ຜ່າ​ການ​ປອນ​ບັດ​ໄວ້​ວາງ​​ໃຈ ​ເຊິ່ງ​ແມ່ນ​ສິ່ງ​ທົດສອບ​ທຳ​ອິດ​ຕໍ່​ຄະນະ​ລັດຖະບານ​ຂອງ​ນາຍົກລັດຖະມົນຕີ Tsipras.

ຂ່າວ/ບົດ​ອື່ນ