(VOV)- ໃນອາທິດເຮັດວຽກທີ 4 ຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ໄດ້ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມແຕ່ວັນທີ 12-14/11. ໃນວັນທີ 12/11, ສະມາຊິກລັດຖະບານ 2 ທ່ານ ແມ່ນທ່ານລັດຖະມົນຕີກະຊວງກໍ່ສ້າງ Trinh Dinh Dung ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ Vu Huy Hoang ໄດ້ຕອບຄຳຊັກຖາມ. ການແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ຕະຫຼາດອະສັງຫາລິມະຊັບທີ່ພວມຢຸດສະງັກໃນປະຈຸບັນ, ແມ່ນບັນຫາທີ່ບັນດາສະມາຊິກສະພາແຫ່ງຊາດຊັກຖາມທ່ານລັດຖະມົນຕີກະຊວງກໍ່ສ້າງ Trinh Dinh Dung ຫຼາຍກວ່າໝູ່. ກ່ຽວກັບມາດຕະການອັນຮີບດ່ວນໃນຕໍ່ໜ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ຕະຫຼາດອະສັງຫາລິມະຊັບ, ທ່ານລັດຖະມົນຕີກະຊວງກໍ່ສ້າງ Trinh Dinh Dung, ໃຫ້ຮູ້ວ່າ:
”ຕ້ອງກວດກາຄືນບັນດາໂຄງການອະສັງຫາລິມະຊັບທັງໝົດ, ເພື່ອແບ່ງປະເພດ. ບັນດາໂຄງການໃດພວມລົງທຶນກໍ່ສ້າງພື້ນຖານໂຄງລ່າງຕ້ອງສືບຕໍ່ສ້າງໂຄງປະກອບຄືນໃໝ່ຕາມທິດລວມສູນ ເພື່ອພັດທະນາເຮືອນຢູ່ສັງຄົມ, ບາງເທື່ອອີງໃສ່ແຕ່ລະໂຄງການ, ແຕ່ລະຕົວເມືອງເພື່ອອະນຸຍາດໃຫ້ສ້າງໂຄງປະກອບຄືນໃໝ່ໃຫ້ເໝາະສົມກັບຄວາມສາມາດຊຳລະຂອງປະຊາຊົນ, ພິເສດແມ່ນສົ່ງເສີມການຫັນບັນດາຜະລິດຕະພັນອະສັງຫາລິມະຊັບການຄ້າໃຫ້ເປັນເຮືອນຢູ່ສັງຄົມ, ດ້ານອື່ນສະເໜີທະນາຄານສືບຕໍ່ໃຫ້ຜູ້ຊື້ເຮືອນກູ້ຢືມເງິນ, ເປັນຕົ້ນແມ່ນຜູ້ຊື້ເຮືອນຢູ່ສັງຄົມ”
ກ່ອນໜ້ານັ້ນ, ຕອນເຊົ້າຂອງວັນທີ 12/11, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ Vu Huy Hoang ເປັນຜູ້ທຳອິດໄດ້ຕອບຄຳຊັກຖາມ. ສຳລັບວັດສະດຸກໍ່ສ້າງຄ້າງສາງ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ Vu Huy Hoang ໃຫ້ຮູ້ວ່າຈະສົມທົບກັບກະຊວງການເງິນເພື່ອບໍລິຫານບັນດາປະເພດສິນຄ້ານຳເຂົ້າຢ່າງມີໄຫວພິບ, ຖືເປັນສຳຄັນບັນດາມາດຕະການກະຕຸກຊຸກຍູ້ການໃຊ້ສອຍພາຍໃນປະເທດ. ເພື່ອສ້າງເຄື່ອງໝາຍການຄ້າສົ່ງອອກໃຫ້ແກ່ຜະລິດຕະພັນກະເສດຫວຽດນາມ, ໃນນັ້ນມີເຂົ້າສານ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ Vu Huy Hoang ໃຫ້ຮູ້ວ່າ:
“ຢາກມີເຄື່ອງໝາຍການຄ້າສຳລັບບັນດາຜະລິດຕະພັນກະເສດຫວຽດນາມ, ກ່ອນອື່ນໝົດແມ່ນຕ້ອງວາງແຜນກຳນົດການຜະລິດກະສິກຳຄືນໃໝ່. ໃນໄລຍະທີ່ຈະມາເຖິງ, ກະຊວງອຸດສາຫະກຳຈະເພີ່ມທະວີການປະສານສົມທົບກັນບັນດາກະຊວງ, ຂະແໜງການ, ກ່ອນອື່ນໝົດແມ່ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃນບົດບາດກຳນົດທິດ ແລະ ແນະນຳບັນດາວິສາຫະກິດເຂົ້າຮ່ວມການສ້າງເຄື່ອງໝາຍການຄ້າໃຫ້ແກ່ຜະລິດຕະພັນກະເສດຫວຽດນາມ. ເພີ່ມທະວີການເຈລະຈາ, ເຊັນສັນຍາສົ່ງອອກເຂົ້າສານກັບປະເທດຕ່າງໆ ແລະ ເພີ່ມທະວີການສົ່ງເສີມແນະນຳຜະລິດຕະພັນ, ຈັດງານຕະຫຼາດນັດແນະນຳຜະລິດຕະພັນກະເສດຢູ່ພາຍໃນ ແລະ ຕ່າງປະເທດ “
ແລະ ກໍ່ໃນວາລະເຮັດວຽກໃນຕອນເຊົ້າວັນທີ 12/11, ຕາງໜ້າໃຫ້ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ສະເໜີບົດລາຍງານສັງລວມຂອງລັດຖະບານໃນການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 2 ແລະ ທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13.