ສະພາແຫ່ງຊາດເລືອກຕັ້ງຮອງປະທານສະພາແຫ່ງຊາດ2ທ່ານ

ສະພາແຫ່ງຊາດເລືອກຕັ້ງຮອງປະທານສະພາແຫ່ງຊາດ2ທ່ານ - ảnh 1
ທ່ານ​ນາງ​ຫງວຽນ​ທິ​ກິມ​ເງິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວຍ​ພອ​ນ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໃຫມ່ 2 ທ່ານ

(vovworld)- ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ 2 ທ່ານ ແລະ ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ 7 ທ່ານ ຢ່າງ​ເປັນ​ທາງ​ການ. 9 ທ່ານ​ດັ່ງ​ກ່າວ​ລ້ວນ​ແຕ່​ແມ່ນ​ກຳ​ມະ​ການ​ສູນ​ກາງ​ພັກ. ຕາມກໝາກ​ຜົນ​ການ​ປ່ອນ​ບັດ​ທີ​່​ຫາກໍ່​ໄດ້​ປະ​ກາດ​ທີ່ວາ​ລະ​ປະ​ຊຸມ​ໃນຕອນ​ເຊົ້າ​ວັນ​ທີ 5/4 ແລ້ວ, ພົນ​ເອກ ໂດ໋​ບາ​ຕີ້, ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ທ່ານ ຟຸ່ງກວກ​ຫຽນ, ອະ​ດີດ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ການ​ເງິນ ງົບ​ປະ​ມານ ຂອງ​ສະ​ພາ​ແຫ່ງ​ຊາດໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ. ນອກນັ້ນ ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຄົນ​ໃຫມ່ 7 ທ່ານ, ນັ້ນ​ແມ່ນ ພົນ​ໂທ ຫວໍ​ຈ້ອງ​ກຽດ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ນາງ ເລ​ທິ​ງາ, ຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ຍຸ​ຕິ​ທຳ​ຂອງ​ສະ​ພາ​ແຫ່ງ​ຊາດ, ທ່ານ ຮ່າ​ງອກ​ຈຽນ, ຮອງ​ປະ​ທານ​ສະ​ພາ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ ຫງວຽນ​ແທງ​ຫາຍ, ຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ຊາວ​ຫນຸ່ມ ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ ຂອງ​ສະ​ພາ​ແຫ່ງ​ຊາດ. ເປັນ​ອັນ​ວ່າ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ມີ​ສະ​ມາ​ຊິກ​ຄົບ 18 ທ່ານ.

ຕໍ່​ຈາກນັ້ນ ສະ​ພາ​ແຫ່ງ​ຊາດ ກໍ​ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິຢັ້ງ​ຢືນ​ໝາກ​ຜົນ​ການ​ເລືອກ​ຕັ້ງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ. ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮ​ອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ (ສະ​ບັບ​ປັບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ເດັກ​ນ້ອຍ ດ້ວຍ​ອັດ​ຕາ​ສ່ວນບັດ​ເຫັນ​ດີສູງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ